ຫົວໜ້າຄະນະຈັດຕັ້ງສູນກາງໂຕຮູຍເຮື໋ອຕ້ອນຮັບປະທານກຳມາທິການງົບປະມານສະພາຕຳ່ຍີ່ປຸ່ນ

ຫົວໜ້າຄະນະຈັດຕັ້ງສູນກາງໂຕຮູຍເຮື໋ອຕ້ອນຮັບປະທານກຳມາທິການງົບປະມານສະພາຕຳ່ຍີ່ປຸ່ນ - ảnh 1
​ທ່ານ Toshihiro Nikai, ປະທານ​ກຳມາ​ທິການ​ງົບປະມານ​ສະພາ​ຕຳ່ ຍີ່ປຸ່ນ
(ພາບ: Nhan Sáng/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 28/7, ຢູ່​ຮ່າ​ໂນ້ຍ, ທ່ານ ​ໂຕ​ຮູ​ຍ​​ເຮື໋ອ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານ​ກຸ່ມ​ສະມາຊິ​ກສະພາ​ແຫ່ງ​ຊາດມິດ​ຕະພາບ ຫວຽດນາມ - ຍີ່ປຸ່ນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Toshihiro Nikai, ປະທານ​ກຳມາ​ທິການ​ງົບປະມານ​ສະພາ​ຕຳ່ ຍີ່ປຸ່ນ, ປະທານ​ພັນທະ​ພາບ​ສະມາ​ຊິກສະພາ​ແຫ່ງ​ຊາດ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ທີ່ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

    ທີ່​ການ​ຕ້ອນຮັບ, ທ່ານ​ໂຕ​ຮູ​ຍ​ເຮື໋ອ ຢືນຢັນ​ວ່າ: ຍາມ​ໃດ ຫວຽດນາມ ກໍ່​ຖື​ການ​ຄຸ້ມ​ຄອງ ​ແລະ ການ​ນຳ​ໃຊ້​ແຫຼ່ງທຶນ ODA ຢ່າງ​ມີ​ປະສິດທິຜົນ, ຖືກຕ້ອງ​ຕາມ​ຈຸດປະສົງ​, ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ກວດກາ, ຕິດຕາມ​ກວດກາ​ການ​ປະຕິບັດ​ແຫຼ່ງທຶນ​ນີ້​ກ່ວາ​ອີກ. ທ່ານ ໂຕ​ຮູ​ຍ​ເຮື໋ອ ສະ​ເໜີ​ໃຫ້​ບັນດາ​ສະມາຊິກ​ຂອງ​ສອງກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ ມິດຕະພາບ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະ​ສິກຳ, ບຳລຸງ​ສ້າງ​ແຫຼ່ງຊັບ​ພະ​ຍາກ​ອນມະນຸດ.

    ທ່ານ Toshihiro Nikai ​ເນັ້ນ​ໜັກ​ວ່າ: ​ໃນ​ຖານະ​ເປັນ​ປະທານ​ພັນທະ​ພາບ​ສະມາ​ຊິກສະພາ​ແຫ່ງ​ຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ ກໍ່​ຄື​​ໃນ​ຖານະ​ເປັນລັດຖະມົນຕີ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ​ກ່ອນ​ນີ້ ຍາມ​ໃດທ່ານ​ກໍ່​ປາດ​ຖະໜາ​ຢາກ​ປະ​ກອບ​ສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ຢ່າງຮອບດ້ານ ​ແລະ ​ແທດ​ຈິງກ່ວາ​ອີກ.

 




ຂ່າວ/ບົດ​ອື່ນ