ຫົວໜ້າຄະນະຈັດຕັ້ງສູນກາງໂຕຮູຍເຮື໋ອພົບປະອະດີດນາຍົກລັດຖະມົນຕີຍີ່ປຸ່ນ

ຫົວໜ້າຄະນະຈັດຕັ້ງສູນກາງໂຕຮູຍເຮື໋ອພົບປະອະດີດນາຍົກລັດຖະມົນຕີຍີ່ປຸ່ນ - ảnh 1
(ທ່ານຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໂຕ​ຮູຍ​ເຣື໋ອ)

(vovworld) – ​ ວັນ​ທີ 17/9, ຢູ່​ນະຄອນຫລວງ ​ໂຕ​ກຽວ, ທ່ານຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໂຕ​ຮູຍ​ເຣື໋ອ, ປະທານ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ພົບ​ປະ​ກັບທ່ານ​ອະດີດ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Hatto Yama. ນະ​ທີ່​ນີ້, ທ່ານ ​ໂຕ​ຮູຍ​ເຣື໋ອ ຂອບ​ອົກ​ຂອບ​ໃຈ​ທ່ານ Hatto Yama ກ່ຽວ​ກັບ​ການ​ປະກອບສ່ວນ​ສຳຄັນ​ໃຫ້​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ ​ໃນ​ຖານະ​ເປັນ​ນາຍົກລັດຖະມົນຕີກ່ອນນີ້​, ກໍ​ຄື​​ໃນ​ຖານະ​​ເປັນປະທານ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ. ດ້ວຍ​ນ້ຳ​ໃຈ​ມິດຕະພາບສະໜິດສະໜົມ​ຂອງ​ປະຊາຊົນ 2 ປະ​ເທດ, ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ບໍ່​ພຽງ​ແຕ່​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງເລິກ​ເຊິ່ງກ້ວາງ​ຂວາງ ​ເພື່ອສັນຕິພາບ ​ແລະ ວັດທະນາ​ຖາວອນ​ຢູ່ ອາຊີ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ພົວພັນ​ເພື່ອນ​ມິດອັນ​ສະໜິດສະໜົມ​ອີກ​ດ້ວຍ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ໂຕ​ຮູຍ​ເຣື໋ອ ພົບ​ປະ​ທ່ານ​ສະມາຊິກ​ສະພາ​ສູງ Toshihiro Nikai, ປະທານ​ພັນທະ​ມິດ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ຢູ່​ສຳນັກງານ​ພັກ​ປະຊາທິປະ​ໄຕ​ເສລີ ຍີ່ປຸ່ນ. 2 ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ແຜນການ​ຮ່ວມ​ມື​ລະຫວ່າງ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດ​ຕະພາບ ຫວຽດນາມ ຍີ່ປຸ່ນ ​ແລະ ພັນທະ​ມິດ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຍີ່ປຸ່ນ - ຫວຽນ​ດາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ