ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຮ່ວາງບິ່ງກວນຕ້ອນຮັບຄະນະຜູ້ແທນຂະບວນການFatah

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງຮ່ວາງບິ່ງກວນຕ້ອນຮັບຄະນະຜູ້ແທນຂະບວນການFatah - ảnh 1
ທ່ານ Jibrit Al Rajoub ແລະ ທ່ານ ຮ່​ວາງ​ບິ່ງກວນ
(ພາບ: TTXVN)


(vovworld) – ​ຕອນ​ບ່າຍ​ວັນ​ທີ 10/11, ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ ຮ່​ວາງ​ບິ່ງກວນ, ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂະ​ບວນ​ການ​ປົດ​ປ່ອຍ​​ຊາດ ປາ​ແລດ​ສະ​ຕີນ (Fatah) ໂດຍ​ທ່ານ Jibrit Al Rajoub, ເລ​ຂາ​ທິ​ການ​ສູນ​ກາງ Fatah, ນຳ​ໜ້າ​ພວມ​ຢູ່​ຢ້ຽມ​ຢາມ ຫວຽດ​ນາມ ຢ່​າງ​ສະ​ໜິດ​ສະ​ໜົມ.

        ທ່ານ Jibrit Al Rajoub ຢັ້ງ​ຢືນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊ​ຸກ​ຍູ້ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ 2 ພັກ ແລະ ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ປາ​ແລດ​ສະ​ຕີນ.

        ທ່ານ​ຮ່​ວາງ​ບິ່ງກວນ ຢັ້ງ​ຢືນ​ວ່າ: ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາ​ມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ​ການ​ຕໍ່​ສູ້​ເປັນ​ທຳ​ຂອງ​ປະ​ຊາ​ຊົນ ປາ​ແລດ​ສະ​ຕີນ ເພື່ອ​ບັນ​ດາ​ສິດ​ຊົນ​ຊາດ​ພື້ນ​ຖານ, ສິດ​ຕັດ​ສິນດ້ວຍ​ຕົນ​ເອງ ແລະ ສິດ​ສ້າງ​ຕັ້ງ​ລັດ ປາ​ແລດ​ສະ​ຕີນ ເອ​ກະ​ລາດ, ​ທ່ານ​ໄດ້ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ເພີ່​​ມທະ​ວີ​ການ​ພົວ​ພັນ​ສາ​ມັກ​ຄີ, ມິ​ດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ - ປາ​ແລດ​ສະ​ຕີນ.

        ກ່ອນ​ໜ້ານັ້ນ, ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ຄະ​ນະ​ຜູ້​ແທນ​ຂະ​ບວນ​ການ Fatah ໄດ​້​​ດຳ​ເນີນ​ການເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂດຍ​ທ່ານ ເຈີ່ນ​ດັກ​ເລີ້ຍ, ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ເປັນ​ຫົວ​ໜ​້າ​ຄະ​ນະ.

 

ຂ່າວ/ບົດ​ອື່ນ