ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມພົບປະກັບເລຂາທິການໃຫຍ່ສະພາແຫ່ງຊາດກຳປູເຈຍ

(VOVWORLD) -ໃນຂອບເຂດເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 27 ເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF - 27), ຕອນບ່າຍວັນທີ 14 ມັງກອນ, ຢູ່ Siem Reap, ປະເທດກຳປູເຈຍ
ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມພົບປະກັບເລຂາທິການໃຫຍ່ສະພາແຫ່ງຊາດກຳປູເຈຍ - ảnh 1 (ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ພົບປະກັບເລຂາທິການໃຫຍ່ສະພາແຫ່ງຊາດກຳປູເຈຍ)

ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫງວຽນແຮ້ງຝຸກ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ສະພາແຫ່ງຊາດກຳປູເຈຍ Leng Peng Loong. ທີ່ການພົບປະ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຮ້ງຝຸກ ສະແດງຄວາມເຊື່ອໝັ້ນວ່າ, ກອງປະຊຸມ APPF 27 ໂດຍສະພາແຫ່ງຊາດ ແລະ ສະພາສູງກຳປູເຈຍ ເປັນເຈົ້າພາບຈັດຕັ້ງຈະບັນລຸຜົນສຳເລັດອັນດີງາມ. ໃນຖານະເປັນເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ, ທ່ານ ຫງວຽນແຮ້ງຝຸກ ມີຄວາມປະຕິຊົມຊື່ນເມື່ອເຫັນວ່າ, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດ ແລະ ສະພາສູງກຳປູເຈຍ ພວມດຳເນີນໄປຢ່າງດີງາມ. 2 ຝ່າຍໄດ້ປະຕິບັດບັນດາເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ເຊິ່ງໄດ້ຮັບການລົງນາມເມື່ອປີ 2012 ເປັນຢ່າງດີ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາອົງການວິຊາສະເພາະ ແລະ ກຸ່ມສະມາຊິກລັດຖະສະພາຂອງ 2 ປະເທດຢ່າງເປັນປະຈຳ.

        ສ່ວນທ່ານເລຂາທິການໃຫຍ່ສະພາແຫ່ງຊາດກຳປູເຈຍ Leng Peng Loong ຖືວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຄວນຊຸກຍູ້ການແລກປ່ຽນບັນດາຄະນະນັກຄົ້ນຄວ້າ, ແລກປ່ຽນ, ຮໍ່າຮຽນເອົາບົດຮຽນເຊິ່ງກັນແລະ ກັນ ໃນການເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ກົງຈັກຂອງ 2 ຝ່າຍ ຕາມຄວາມສາມາດຕົວຈິງ, ເໝາະສົມກັບໂຄງການຮ່ວມມືລວມລະຫວ່າງສະພາແຫ່ງຊາດ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ