ຫາງສຽງສາກົນສະໜັບສະໜູນຄວາມເປັນທຳ ແລະ ແຜນນະໂຍບາຍນຳໃຊ້ບັນດາມາດຕະການສັນຕິພາບຂອງຫວຽດນາມ

ຫາງສຽງສາກົນສະໜັບສະໜູນຄວາມເປັນທຳ ແລະ ແຜນນະໂຍບາຍນຳໃຊ້ບັນດາມາດຕະການສັນຕິພາບຂອງຫວຽດນາມ - ảnh 1
(ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​
ໂດຍ​ສະຖານທູ​ດຫວຽດນາມ ປະຈຳ​ອາ​ຟລິ​ກາ​ໃຕ້ ຈັດ​ຕັ້ງ)


(vovworld) –  ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ສະຖານທູ​ດຫວຽດນາມ ປະຈຳ​ອາ​ຟລິ​ກາ​ໃຕ້ ຈັດ​ຕັ້ງ​ໃນ​ວັນ​ທີ 12/06, ຢູ່​ນະຄອນຫຼວງ Pretori, ​ໄດ້​ດຶງ​ດູດ​ຜູ້​ແທນ​ເຂົ້າ​ຮ່ວມ​ກວ່າ 70 ຄົນ, ​ໃນ​ນັ້ນ​ມີ​ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຟລະກາ​ໃຕ້, ​ອຸປະ​ທູດ​ຊົ່ວຄາວ, ຜູ້ຕາງໜ້າ​ສະຖານ​ທູ​ດບັນດາ​ປະ​ເທດ​ອາ​ຊຽນ, ນິວຊີ​ແລນ, ອາ​ເມ​ລິກາ, ຍີ່ປຸ່ນ, ກຸຍ​ບາ, ບູນກາຣີ… ພ້ອມ​ກັບ​ນັກຮຽນ​ຮູ້, ນັກ​ຂ່າວ​ຫຼາຍ​ຄົນ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ເລ​ຮຸຍ​ຮ່ວາງ ​ໄດ້​ຮຽກຮ້ອງ​ໃຫ້​ນັກ​ການ​ເມືອງ, ນັກ​ຮຽນ​ຮູ້ ​ແລະ ບັນດາ​ຄະນະ​ທູຕາ​ນຸທູດຢູ່​ອາ​ຟລິ​ກາ ສະໜັບ​ສະ​ໜູນຮຽກຮ້ອງ​​ຄວາມ​ເປັນ​ທຳ​ຂອງ​ຫວຽດນາມ, ອອກສຽງ​ຄັດຄ້ານ​ການ​ກະທຳ​ລະ​ເມີດ​ກົດໝາຍຂອງ​ຈີນ, ຮຽກຮ້ອງ​ໃຫ້​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ​ພ້ອມ​ກັບ​ກຳ​ປັ່ນ​ປ້ອງ​ກັນ​ທຸກ​ລຳ ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ພ້ອມ​ທັງ​ຢຸດຕິ​ບັນດາ​ການ​ກະທຳ​ສົ່ງ​ຜົນ​ທະ​ທ້ອນ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ກໍ່​ຄື​ຄວາມສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໃນ​ຄະນະທູ​ຕາ​ນູທູດ​ໄດ້​ສະ​ນັບ​ສະ​ໜູນ​ບັນດາ​ການ​ເຄື່ອນ​ໄຫວ​ອັນ​ຊອບ​ທຳ, ​ແຜນ​ນະ​ໂຍບາຍ​ລະງັບ​ໃຈ, ນຳ​ໃຊ້​ບັນດາ​ມາດ​ຕະການ​ສັນຕິພາບ​ຂອງ​ຫວຽດນາມ. ທ່ານ​ Hiroaki Fujiwara ອຸປະ​ທູດ​ສະຖານທູດຍີ່ປຸ່ນ​ປະຈຳ ອາ​ຟລິ​ກາ​ໃຕ້ ​ເນັ້ນ​ໜັກ​ວ່າ, ຍີ່​ປຸ່ນ ສະໜັບສະໜູນ​ບັນດາ​ປະ​ເທດ​ອາ​ຊຽນ, ຍົກ​ສູງ​ກົດໝາຍ​ສາກົນ, ຮຽກຮ້ອງ​ຝ່າຍ​ຕ່າງໆ​ຈົ່ງ​ລະງັບ​ໃຈ​ບໍ່​ນຳ​ໃຊ້​ອາວຸດ. ທ່ານ​ Chad Jacinto ສະຖານທູດ ຟີ​ລິບ​ປີນ ຢືນຢັນ​ວ່າ, ຟີ​ລິບ​ປີນ ຄັດຄ້ານ​ອະທິປະ​ໄຕ​ທີ່​​ໄດ້​ເອີ້ນ​ວ່າ “​ເສັ້ນ​ລີ້ນ​ງົວ” ຂອງ​ຈີນ. ນັກຮຽນ​ຮູ້​ຫຼາຍ​ທ່ານ​ກໍ່​ຖື​ວ່າ ຫວຽດນາມ ສາມາດ​ນຳ​ໃຊ້​ບັນດາ​ກົນ​ໄກ, ​ເວທີ​ປາ​ໄສ​ທີ່​ກ່ຽວຂ້ອງ​ຢູ່​ສະຫະ​ປະຊາ​ຊາດ, ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ… ​ເພື່ອ​ສືບ​ຕໍ່​ຍາດ​ແຍ່ງ​ການ​ສະໜັບ​ສະ​ໜູນ​ຂອງ​ປະຊາ​ຄົມ​ໂລກ​ຢ່າງ​ກວ້າງ​ຂວາງ.

ຂ່າວ/ບົດ​ອື່ນ