ຫາງສຽງໂລກຊົມເຊີຍການຢຸດຍິງຢູ່ເຂດ Gaza

ຫາງສຽງໂລກຊົມເຊີຍການຢຸດຍິງຢູ່ເຂດ Gaza - ảnh 1


(vovworld) - ພາຍຫລັງ​ຂໍ້​ຕົກລົງ​ຢຸດ​ຍິງ​ລະຫວ່າງ ອິດສະ​ຣາ​ແອນ ​ແລະ ຂະ​ບວນການ​ອິດສະ​ລາມ Hamas ພວມ​ຄວບ​ຄຸມ​ຢູ່​ເຂດ Gaza ​ໄດ້​ຮັບ​ການປະກາດ​ໃນ​ຕອນຄຳ່ວັນ​ທີ 21/11, ​ເລຂາທິການ​ໃຫຍ່ສະ​ຫະປະຊາ​ຊາດ​(ສປຊ) Ban Ki Moon ​ໄດ້​ອອກສຽງ​ຊົມ​ເຊີຍ​ເລື່ອງ​ສອງ​ຝ່າຍ​ຍອມຮັບ​ການ​ຢຸດ​ຍິງ, ພ້ອມ​ທັງ​ຕີ​ລຄາ​ສູງ​     ຄວາ​ມມານະ​ພະຍາຍາມ​ຂອງ​ປະທານາທິບໍດີ ອີ​ຢີບ  Mohamed Morsi ​ໃນ​ການ​ໄກ່​ເກ​່ຍ​ເພື່ອ​ບັນລຸຂໍ້​ຕົກລົງ​ຢຸດຕິ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ນອງ​ເລ​ືອດທີ່​ແກ່ຍາວ​ໃນ ອາທິດ​ຫນຶ່ງ​ຢູ່​ເຂດ Gaza. ສະພາ​ຄວາມ​ໝັ້ນ​ຄົງ ສປຊ ​​ໄດ້ເລັ່ງລັດ ອິດສະຣາ​ແອນ ​ແລະ ຂະ​ບວນການ Hamas ຕ້ອງ​​ເຄົາລົບ​ຂໍ້​ຕົກລົງ​ຢຸດ​ຍິງ ​ແລະ ຊົມ​ເຊີຍ​ຄວາມ​ມານະ​ພະຍາ​ຍາມ​​​ໃນ​ຖາ​ນະປະ​ເທດ​ເປັນກາງ​ຂອງ ອີ​ຢີບ. ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຊົມ​ເຊີຍ​ທ່ານ​ນາຍົກລັດ​ຖະມົນຕີ ອິດສະຣາ​ແອ​ນ Benjamin Netanyahu ​ໄດ້​ຍອມຮັບ​ຂໍ້ສະ​ເຫ​ນີ​ຢຸດ​ຍິງ​ຂອງ ອີ​ຢີບ. ທ່ານ Obama ກໍ​ໄດ້​​ໂອ້​ລົມທາງໂທລະສັບ​ກັບ​ທ່ານ​ປະທານາທິບໍດີ ອີ​ຢີບ Morsi, ​ໃນ​ນັ້ນ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ການ​ນຳ ອີ​ຢີບ ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​ດັ່ງ​ກ່າວ.

 

ຂ່າວ/ບົດ​ອື່ນ