ຫາງສຽງໂລກສືບຕໍ່ຍ້ອງຍໍສັນລະເສີນພົນເອກຫວໍ້ງວຽນຢາບ

ຫາງສຽງໂລກສືບຕໍ່ຍ້ອງຍໍສັນລະເສີນພົນເອກຫວໍ້ງວຽນຢາບ - ảnh 1
ຫນັງສືພິມຫລາຍສະບັບຂອງລາວລ້ວນແຕ່ລົງພິມຮູບພາບ, ບົດ
ກ່ຽວກັບພົນເອກ ຫວໍ້ງວຽນຢາບ

(vovworld)- ສື່​ມວນ​ຊົນ ​ແລະ ຫາງ​ສຽງ​ໂລກ​ສືບ​ຕໍ່​ລົງ​ພິມ​ບັນດາ​ຮູບ​ພາບ, ບົດ​ຂຽນ​ຍ້ອງຍໍ​ຊີວິດ ​ແລະ ພາລະກິດ​ຂອງ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ, ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ນາຍ​ພົນ​ຜູ້​ທີ່​ໄດ້​ຮັບ​ຄວາມ​ຮັກ​ແພງຈາກ​ປະຊາຊົນ​ຫວຽດນາມ​ກໍ່​ຄື​ຢູ່​ໃນ​ໂລກ. ​ໃນ​ບົດ​ຂຽນ​ ​ໃນ​ສື່​ເອ​ເລັກ​ໂຕ​ນິກ People World ຂອງ​ອາ​ເມ​ລິ​ກາ ​ວັນ​ທີ 8/10 ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ ​ແມ່ນ​ນັກ​ການ​ທະຫານ​ທີ່​ປີ​ຊາ​ສາມາດ​ໄດ້​ຊວ່ຍຫວຽດນາມ​ຊະນະ​ສັດຕູ​​ໃຫຍ່​ 2 ​ໂຕ ນັ້ນ​ແມ່ນ ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ. ສ່ວນ​ຫນັງສື​ພີ​ມ Deutsche Welle ຂອງ​ເຢຍລະ​ມັນ ​ໄດ້​ລົງ​ພິມ​ເນື້ອ​ໃນ​ການ​ໃຫ້​ສຳພາດ​ນັກ​ປະຫວັດສາດ​ຊາວ ​ເຢຍລະ​ມັນ Derek Frisby ກ່ຽວ​ກັບ​ພົນ​ເອກ ຫວໍ້​ງວຽນ​ຢາ​ບ. ທ່ານ Derek ​​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ພົນ​ເອກ ຫວໍ້​ງວຽນ​ຢາ​ບ ​ແມ່ນ​“ ອາ​ຈານ​ຂອງ​ສົງຄາມ​ປະຕິວັດ”. ​

        ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ປະຈຳ ລາວ ​ໃນ​ວັນ​ທີ 8/10, ພົນ​ໂທ ​ ໄອ່​ສຸລິຍະ​ແສງ ອະ​ດີດ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ຫົວຫນ້າ​ກົມ​ໃຫຍ່​ເສນາ​ທິການ​ກອງ​ທັບ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​​ເວົ້າ​ວ່າ:

         “ພົນ​ເອກ ຫວໍ້​ງວຽນ​ຢາ​ບ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ນຳ​ທຳ​ອິດ​ມີ​ຄຸນງາມຄວາມ​ດີ​ໃນ​ການ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ. ຂ້າພະ​ເຈົ້າ​ກໍ​ຄື​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ປະຕິວັດ​ລາວ ຍາມ​ໃດ​ກໍ​ຈົດ​ຈຳ່ ​ແລະ ສະ​ແດງ​ຄວາມ​ຮູ້​ບຸ​ນຄຸນ​ອັນ​ໃຫຍ່​ຫລວງ ​ແລະ ​ເປັນ​ແບບຢ່າງ​ທີ່ຍິ່ງ​ໃຫຍ່​ໃນ​ພາລະກິດ​ປະຕິວັດ​ລາວ.”

ຂ່າວ/ບົດ​ອື່ນ