ຫາງສຽງໂລກອວຍພອນ ໝາກຜົນແຫ່ງການເລືອກຕັ້ງຢູ່ປາກິດສຖານ

ຫາງສຽງໂລກອວຍພອນ ໝາກຜົນແຫ່ງການເລືອກຕັ້ງຢູ່ປາກິດສຖານ - ảnh 1
ປະຊາຊົນປາກິດສຖານ
ໄປປ່ອນບັດເລືອກຕັ້ງ
(ພາບ: vtv.vn)
(vovworld) -  ວັນ​ທີ 12/05, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ອວຍພອນ​ລັດຖະບານ ​ແລະ ປະຊາຊົນ ປາ​ກິດສຖານ ຈັດ​ຕັ້ງ​​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ຄັ້ງ​ທີ 14, ​ເມື່ອ​ວັນ​ທີ 11/05, ດ້ວຍ​ອັດຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ປັດ​ເລືອກ​ຕັ້ງ​ບັນລຸ​ເກືອບ 60%, ຊຶ່ງ​ແມ່ນລະດັບສຸງສຸດ​ນັບ​ແຕ່​ປີ 1997 ​ເປັນ​ຕົນ​ມາ. ທ່ານ Ban Ki Moon ​ໄດ້​ຕີ​ລາຄາ​ສູງ​ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ພັກ​ຝ່າຍ​ການ​ເມືອງ ​ແລະ ບັນດາ​ສ່ວນ​ບຸກຄົນ​ທີ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ ​ໂດ​ຍບໍ່ຫົວຊາ​ຕໍ່​ໄພ​ນາບ​ຂູ່​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ກອນ​ການ​ເລືອກ​ຕັ້ງ. ທ່ານ​ປະທານາທິບໍດີອາ​ເມ​ລິ​ກກາ Barack Obama ກໍ​ຍ້ອງຍໍຊົມ​ເຊີຍ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຂອງ​ປາ​ກິດສຖານ ​ແລະ ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການ​ມອບ​​ໂອນ​ລັດຖະບານ​ພົນລະ​ເຮືອນ​ສັນຕິພາບ ​ແລະ ກະຈ່າງ​ແຈ້ງ ​ແລະ ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ວິວັດ​ການ​ສ້າງ​ປະຊາທິປະ​ໄຕ​ຢູ່​ປະ​ເທດ​ນີ້. ທ່ານ​ກໍ​ຊີ້​ແຈ້ງວ່າ, ວໍ​ສິງ​ຕັນ​ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ລັດຖະບານ​ໃໝ່​ຢູ່​ປາ​ກິດສຖານ ຄື​ບັນດາ​ຄູຮ່ີ່ວມມື​ສະ​ເໝີ​ພາບ. ສ່ວນ​ທ່ານ​ນາຍົກລັດຖະມົນຕີອີນ​ເດ​ຍ Manmohan Singh ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ຈະ​ເລີ່​ມຕົ້ນ​ໂຄງການ​ໃໝ່​ໃນ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ກັບ​ປາ​ກິດສຖານ.

        ຕາມ​ໝາກຜົນ​ໃນ​ເບື້ອງ​ຕົ້ນ, ສະຫະພັນ​ອິດສະລາມ ປາ​ກິດສຖານ, ພັກ​ຝ່າຍ​ຄ້ານ​ເດີນ​ຕາມ​ທິດ​ກາງຂວາຂອງ​ອະດີດ​ນາຍົກລັດຖະມົນຕີ Muhammad Nawaz Sharif, ​ໄດ້ນຳ​ໜ້າ​ດ້ວຍ 115 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ