ຫຼາຍການເຄື່ອນໄຫວທີ່ມີຄວາມໝາຍມຸ່ງໄປເຖິງການສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

(VOVWORLD) - ດ້ວຍຫົວຂໍ້ “ການຫັນເປັນດີຈີຕອນໃນການອາສາສະໝັກເບິ່ງແຍງສຸຂະພາບວົງຄະນະຍາດ”, ວັນບຸນໄດ້ຜັນຂະຫຍາຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ...
ຫຼາຍການເຄື່ອນໄຫວທີ່ມີຄວາມໝາຍມຸ່ງໄປເຖິງການສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ - ảnh 1ພິທີໄຂງານວາງສະແດງຢູ່ນາມດິ້ງ

ວັນທີ 14 ພຶດສະພາ ຈະມາເຖິງຢູ່ ນະຄອນ ຫາຍຟ່ອງ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບສະມາຄົມທ່ານໝໍໜຸ່ມ ຫວຽດນາມ ຈັດ “ວັນບຸນທ່ານໝໍໜຸ່ມປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່, ອາສາສະໝັກເພື່ອສຸຂະພາບຂອງວົງຄະນະຍາດປີ 2023”. ດ້ວຍຫົວຂໍ້ “ການຫັນເປັນດີຈີຕອນໃນການອາສາສະໝັກເບິ່ງແຍງສຸຂະພາບວົງຄະນະຍາດ”, ວັນບຸນໄດ້ຜັນຂະຫຍາຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຄື: ກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບໃຫ້ແກ່ປະຊາຊົນ, ຂົນຂວາຍສະມາຊິກຊາວໜຸ່ມບໍລິຈາກເລືອດ… ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍມຸ່ງໄປເຖິງພິທີສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (1890 – 2023).

        ວັນທີ 12 ພຶດສະພາ, ຢູ່ຫໍພິພິທະພັນແຂວງ ນາມດິ້ງ, ໄດ້ຈັດງານວາງສະແດງດ້ວຍຫົວຂໍ້ວ່າ “ນາມດິ້ງ ມີຮ່ອງຮອຍຕີນຂອງລຸງໂຮ່”. ທ່ານ ຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ເຂົ້າຮ່ວມງານວາງສະແດງ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍມຸ່ງໄປເຖິງການສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ຢ້ຽມຢາມຄະນະພັກ ແລະ ປະຊາຊົນແຂວງ ນາມດິ້ງ ຄັ້ງສຸດທ້າຍໃນວັນທີ 21 ພຶດສະພາ 1963.

ຕອບກັບ

ຂ່າວ/ບົດ​ອື່ນ