ຫຼາຍ​ປະ​ເທດ​ຮັດ​ແໜ້ນ​ການ​ຄວບ​ຄຸມ​ຄົ​ນເຂົ້າ​ເມືອງ ເພື່ອ​ຮັບ​ມື​ກັບ​ເຊື້ອ​ໄວ​ຣັດ​ກາຍ​ພັ​ນ Omicron

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 30 ພະຈິກ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 262.323.382 ຄົນ, ໃນນັ້ນມີຜູ້ເສຍຊີວິດ 5.223.837 ຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດໃນ 24 ຊົ່ວໂມງຜ່ານມາ ແມ່ນ 53.774 ຄົນ ແລະ ຜູ້ເສຍຊີວິດ 312 ຄົນ. ຕໍ່ໜ້າການປະກົດຂຶ້ນຂອງ ເຊື້ອໄວຣັດກາຍພັນ Omicron, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ກຳລັງໃຈປະຊາຊົນ ເມື່ອ ປະກາດວ່າ ພື້ນຖານເສດຖະກິດໃຫຍ່ທີ່ສຸດ ໂລກ ໄດ້ກຽມພ້ອມການຮັບມືກັບເຊື້ອໄວຣັດກາຍພັນ ນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາຈະຍູ້ໄວການຜະລິດວັກຊິນທຸກຊະນິດໂດຍໄວ ຖ້າມີຄວາມຈຳເປັນ. ອາເມລິກາ ໄດ້ຈັດວາງຄຳສັ່ງຫ້າມເຂົ້າເມືອງ ສຳລັບແຂກທ່ອງທ່ຽວທີ່ມາຈາກ 8 ປະເທດ ຂຶ້ນກັບເຂດອາຟຼິກາໃຕ້ ເພື່ອແນໃສ່ສະກັດກັ້ນ ເຊື້ອໄວຣັດກາຍພັນ Omicron.

ຕອບກັບ

ຂ່າວ/ບົດ​ອື່ນ