ຫຼາຍປະເທດເພີ່ມທະວີມາດຕະການຮັບມືກັບໂລກ Ebola ຊຶ່ງພວມແຜ່ລະບາດ

ຫຼາຍປະເທດເພີ່ມທະວີມາດຕະການຮັບມືກັບໂລກ Ebola ຊຶ່ງພວມແຜ່ລະບາດ - ảnh 1
ຄົນເຈັບຕິດໂລກ Ebola

(vovworld)- ຕໍ່ໜ້າ​ສະພາບ​ໂລກ Ebola ທີ່ນັບ​ມື້​ນັບ​ແຜ່​ລະບາດ​ສູ່​ວົງ​ກ້ວາງ ​ແລະ ຈຳນວນ​ຜູ້ເສຍຊີວິດໄດ້ຂຶ້ນເຖິງກວ່າ 4000 ຄົນ, ຫຼາຍປະເທດໃນໂລກພວມ ຮີບເຮັ່ງ​ເພີ່ມ​ທະວີ​ມາດ​ຕະການ​ດ້ານ​ການ​ແພດ​ເພື່ອ​ສະ​ກັ້ນ​ການ​ແຜ່​ລະບາດ. ວັນ​ທີ 11/10, ຢູ່​ສະໜາມ​ບິນ​ໃຫຍ່​ສຸດ​ທີ່​ນິວຢອກ​ປະ​ເທດ​ອາ​ເມ​ລິ​ກາ, ບັນດາ​ເຈົ້າ​ໜ້າ​ທີ່ຢູ່​ແຫ່ງ​ນີ້​ໄດ້​ໃຫ້​ຕິດ​ຕັ້ງ​ເຄື່ອງ​ກວດ​ສຸຂະພາບ​ຜູ້​ໂດຍສານ, ນອກຈາກ​ນັ້ນ, ຍັງ​ມີ ສະໜາມ​ບິນ​ໃຫຍ່ອື່ນໆອີກ 4 ແຫ່ງກໍຄາດວ່າຈະ​ຕິດ​ຕັ້ງ​ເຄື່ອງ​ກວດ​ສຸຂະພາບ​ຜູ້​ໂດຍສານເຊັ່ນກັນ. ພ້ອມດຽວກັນນັ້ນ, ຫຼາຍປະເທດຢູ່ພາກພື້ນອາເມລິກາລາຕິງ ຄື ​ເປຣູ, ອຸຣູກວາ​ຍກໍ​ໄດ້​ປະກາດ​ເພີ່ມ​ທະວີ​ມາດ​ຕະການກວດ​ສຸຂະພາບ​ຜູ້​ໂດຍສານຢູ່​ສະໜາມ​ບິນ. ​ເມັກ​ຊິກ​ໂກ, ນີກາຣາກວາ ກໍ​ໄດ້​ປະກາດ​ເພີ່ມ​ທະວີ​ມາດ​ຕະການຄວບ​ຄຸມ​ຂະ​ບວນຄົນ​ເຂົ້າ​ເມືອງ. ກ່ອນ​ໜ້າ​ນັ້ນ, ອັງກິດກໍ​ໄດ້​ປະກາດ​ເພີ່ມ​ທະວີ​ມາດ​ຕະການ​ຕິດ​ຕັ້ງ​ເຄື່ອງ​ກວດ​ສຸຂະພາບ​ຜູ້​ໂດຍສານຢູ່​ສະໜາມ​ບິນ ​ແລະ ສະຖານີ​ລົດ​ໄຟ.

ຂ່າວ/ບົດ​ອື່ນ