ຫາດດອນນ້ຳ​ຖ້​ວມ​ ຕື​ຈິ໊ງ ສ່ວ​ນ​ໜຶ່ງ​ຂອງ​ໄຫລ່​ທະ​ວີບ ຫວຽດ​ນາມ

(VOVWORLD) -  ຫວຽດນາມ ເດັດຂາດຄັດຄ້ານທຸກການກະທຳລະເມີດອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານ ຕໍ່ບັນດາເຂດທະເລຂອງ ຫວຽດນາມ ເຊິ່ງໄດ້ຮັບການຢັ້ງຢືນແມ່ນສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982.
ຫາດດອນນ້ຳ​ຖ້​ວມ​ ຕື​ຈິ໊ງ ສ່ວ​ນ​ໜຶ່ງ​ຂອງ​ໄຫລ່​ທະ​ວີບ ຫວຽດ​ນາມ - ảnh 1 ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VOV)

ຕອນບ່າຍວັນທີ 29 ຕຸລາ, ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ໂດຍຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ຈີນ ຈັດສົ່ງກຳປັ່ນຕຳຫຼວດເຮືອ ເຄື່ອນໄຫວໃນເຂດຫາດດອນນ້ຳຖ້ວມ ຕືຈິ້ງ ຂອງ ຫວຽດນາມ ຫວ່າງແລ້ວນີ້, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ຫຼັກການຂອງ ຫວຽດນາມ ຕໍ່ຫາດດອນນ້ຳຖ້ວມ ຕືຈິ້ງ ແມ່ນສະເໝີຕົ້ນສະເໝີປາຍ ແລະ ໄດ້ຮັບການຢັ້ງຢືນເປັນຫຼາຍຄັ້ງ. ຕາມນັ້ນແລ້ວ, ຫາດດອນນ້ຳຖ້ວມ ຕືຈິ້ງ ແມ່ນສ່ວນໜຶ່ງຂອງໄຫລ່ທະວີບຂອງ ຫວຽດນາມ ແລະ ໄດ້ຢັ້ງຢືນອະທິປະໄຕຢ່າງສົມບູນແບບ ໂດຍສອດຄ່ອງກັບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982). ຫວຽດນາມ ເດັດຂາດຄັດຄ້ານທຸກການກະທຳລະເມີດອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານ ຕໍ່ບັນດາເຂດທະເລຂອງ ຫວຽດນາມ ເຊິ່ງໄດ້ຮັບການຢັ້ງຢືນແມ່ນສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982. ຫວຽດນາມ ພວມ ແລະ ຈະຢຶດໝັ້ນປົກປັກຮັກສາບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຢູ່ທະເລຂອງ ຕົນ ໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ