ອັງ​ກິດ - ຝ​ລັ່ງ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ສະ​ບັບ​ໃໝ່ ເພື່ອ​ສະ​ກັດ​ກັ້ນ​ກະ​ແສ​ຊາວ​ອົບ​ພະ​ຍົບຢ່າງ​ຜິດ​ກົດ​ໝາຍ

(VOVWORLD) -ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunnak ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ເຫັນດີເປັນເອກະພາບຕໍ່ຂໍ້ຕົກລົງສະບັບໃໝ່ ທີ່ມີມູນຄ່າກວ່າ 500 ລ້ານ ເອີໂຣ ເພື່ອເພີ່ມທະວີຄວາມມານະພະຍາຍາມໃນການສະກັດກັ້ນກະແສຊາວອົບພະຍົບຢ່າງຜິດກົດໝາຍຈາກ ຝລັ່ງ ໄປຍັງ ອັງກິດ.

ຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມສຸດຍອດ ອັງກິດ - ຝລັ່ງ ເຊິ່ງໄດ້ດຳເນີນໃນວັນທີ 10 ມີນາ, ຢູ່ ປາຣີ, ໃຫ້ຮູ້ວ່າ ໃນຮອບເວລາ 3 ປີຈະມາເຖິງ, ປະເທດ ອັງກິດ ຈະສົ່ງຈຳນວນເງິນທັງໝົດ 543 ລ້ານ ເອີໂຣ ໃຫ້ຝ່າຍ ຝລັ່ງ, ເຊິ່ງຫຼາຍກວ່າທົບເກືອບ 2 ເທົ່າເມື່ອທຽບໃສ່ຄຳໝັ້ນສັນຍາກ່ອນໜ້ານັ້ນ. ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ເນັ້ນໜັກວ່າ ສອງປະເທດໄດ້ເຫັນດີເປັນເອກະພາບຈະກໍ່ສ້າງສູນກັກຂັງຊົ່ວຄາວ ສຳລັບຊາວອົບພະຍົບເຂົ້າເມືອງ ຢູ່ພາກເໜືອ ປະເທດ ຝລັ່ງ ແລະ ສູນບັນຊາລວມແຫ່ງທຳອິດຂອງທັງສອງປະເທດ. ອັງກິດ ຈະຈັດສົ່ງພະນັກງານປ້ອງກັນຄວາມສະຫງົບ 500 ຄົນ ໄປຍັງ ຝລັ່ງ ເພື່ອເຂົ້າຮ່ວມການລາດຕາເວນຮ່ວມ ລຽບຕາມຝັ່ງທະເລຕ່າງໆຂອງ ຝລັ່ງ. ເຮືອບິນບໍ່ມີຄົນຂັບ ແລະ ເຕັກໂນໂລຢີຕິດຕາມກວດກາລຸ້ນທັນສະໄໝ ກໍຈະໄດ້ນຳໃຊ້ເພີ່ມເຕີມ ເພື່ອເພີ່ມທະວີການກວດກາ, ພົບເຫັນ ແລະ ສະກັດກັ້ນຊາວອົບພະຍົບ.

ແມ້ງຮ່າ - ນັກຂ່າວ VOV ປະຈຳ ປາຣີ


ຕອບກັບ

ຂ່າວ/ບົດ​ອື່ນ