ອັງ​ກິດ​ປະ​ຕິ​ເສດ​ການ​ຍົກ​ເວັ້ນ​ວີ​ຊາ​ເຂົ້າ​ເມືອງ​ໃຫ້​ແກ່​ບາງ​ເປົ້າ​ໝາຍ​ຂອງ EU

(VOVWORLD) - ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາສະຫະພາບ ເອີລົບ (EU) ຖືວ່າ ໃຫ້ຮູ້ວ່າ ໃນບັນດາການເຈລະຈາ, ອັງກິດຢຸດຕິສິດເສລີໃນການເດີນທາງໄປມາຢ່າງເດັດຂາດ.
ອັງ​ກິດ​ປະ​ຕິ​ເສດ​ການ​ຍົກ​ເວັ້ນ​ວີ​ຊາ​ເຂົ້າ​ເມືອງ​ໃຫ້​ແກ່​ບາງ​ເປົ້າ​ໝາຍ​ຂອງ EU - ảnh 1ທ່ານ Michel Barnier ຫົວໜ້າຄະນະເຈລະຈາສະຫະພາບ ເອີລົບ (EU) (ພາບ: AFP/TTXVN)

ວັນທີ 14 ມັງກອນ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາສະຫະພາບ ເອີລົບ (EU) ຖືວ່າ ອັງກິດໄດ້ປະຕິເສດຂໍ້ສະເໜີຂອງ EU ກ່ຽວກັບການຍົກເວັ້ນວີຊາເຂົ້າເມືອງໃຫ້ແກ່ຜູ້ເຄື່ອນໄຫວໃນຂະແໜງສະແດງສິລະປະ ແລະ ວົງການນັກຂ່າວ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Barnier ໃຫ້ຮູ້ວ່າ ໃນບັນດາການເຈລະຈາ, ອັງກິດຢຸດຕິສິດເສລີໃນການເດີນທາງໄປມາຢ່າງເດັດຂາດ.

        ຕາມຂໍ້ຕົກລົງຫຼັງ Brexit ທີ່ໄດ້ຮັບການລົງນາມລະຫວ່າງ ອັງກິດ ແລະ EU ໃນເດືອນ ທັນວາ 2020, ມີພຽງແຮງງານທີ່ນອນໃນບັນຊີລາຍຊື່ ໄດ້ຄັດເລືອກ ຈຶ່ງມີສິດເຂົ້າຜືນແຜ່ນດິນຂອງ ຝ່າຍກົງກັນຂ້າມ ທີ່ບໍ່ຈຳເປັນຕ້ອງຂໍວີຊາ ເພື່ອ ປະຕິບັດບັນດາວຽກງານໃດໜຶ່ງ. ເຖິງຢ່າງໃດກໍ່ຕາມ, ບັນດານັກດົນຕີ, ນັກສະແດງ ແລະ ຜູ້ເຮັດວຽກໃນຂະແໜງສະແດງສິລະປະ ແລະ ນັກຂ່າວບໍ່ນອນໃນບັນຊີລາຍຊື່ດັ່ງກ່າວ. ສິ່ງນີ້ໝາຍຄວາມວ່າ ຢູ່ບາງປະເທດ EU, ເຂົາເຈົ້າຕ້ອງຂໍວີຊາ, ໜັງສືແຈ້ງພາສີໃຫ້ແກ່ບໍ່ວ່າ ເຄື່ອງອຸປະກອນໃດ ເຊິ່ງເຂົາເຈົ້າຖືໄປນຳ.

ຕອບກັບ

ຂ່າວ/ບົດ​ອື່ນ