ອັງກິດ-ອາເມລິກາ ເລີ່ມດຳເນີນຮອບເຈລະນາດ້ານການຄ້າຄັ້ງທີ 5

(VOVWORLD) -ທ່ານນາງລັດຖະມົນຕີການຄ້າອັງກິດ Liz Truss ໄດ້ແຈ້ງໃຫ້ບັນດາເຈົ້າໜ້າທີ່ດ້ານການຄ້າຂອງປະເທດນີ້ຊາບວ່າ ອັງກິດໄດ້ເລີ່ມດຳເນີນຮອບເຈລະຈາຄັ້ງທີ 5 ກັບຄູ່ຮ່ວມມືອາເມລິກາ.

ອັງກິດ-ອາເມລິກາ ເລີ່ມດຳເນີນຮອບເຈລະນາດ້ານການຄ້າຄັ້ງທີ 5 - ảnh 1

 ທ່ານນາງລັດຖະມົນຕີການຄ້າອັງກິດ Liz Truss

(ພາບປະກອບ: usadailyexpress.com)

ໃນສະພາບການເຈລະຈາລະຫວ່າງອັງກິດ ແລະ ສະຫະພາບເອີລົບ (ອີຢູ) ກ່ຽວກັບຂໍ້ຕົກລົງພາຍຫຼັງ Brexit ຍັງບໍ່ທັນມີສັນຍານດີຂຶ້ນ, ວັນທີ 20 ຕຸລາ, ທ່ານນາງລັດຖະມົນຕີການຄ້າອັງກິດ Liz Truss ໄດ້ແຈ້ງໃຫ້ບັນດາເຈົ້າໜ້າທີ່ດ້ານການຄ້າຂອງປະເທດນີ້ຊາບວ່າ ອັງກິດໄດ້ເລີ່ມດຳເນີນຮອບເຈລະຈາຄັ້ງທີ 5 ກັບຄູ່ຮ່ວມມືອາເມລິກາ.

        ທ່ານນາງລັດຖະມົນຕີ Liz Truss ເນັ້ນໜັກວ່າ, ປະຈຸບັນທັງລອນດອນ ແລະ ວໍຊິງຕັນ ພວມຢູ່ໃນທ່າສະດວກເພື່ອຍູ້ແຮງວິວັດທະນາການເຈລະຈາພາຍຫຼັງການເລືອກຕັ້ງປະທານາທິບໍດີອາເມລິກາ ໃນເດືອນພະຈິກ ຈະມາເຖິງ. ທ່ານາງນລັດຖະມົນຕີອັງກິດຢືນຢັນວ່າ, 2 ປະເທດປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງໃຫ້ທຸກເຂດແຄ້ວນຂອງອັງກິດ ແລະ ມຸ່ງໄປເຖິງບັນດາຂົງເຂດທີ່ທັນສະໄໝຄືເຕັກໂນໂລຊີ ແລະ ການບໍລິການ.

ຕອບກັບ

ຂ່າວ/ບົດ​ອື່ນ