ອັງກິດເພີ່ມທະວີກຳລັງແຮງນິວເຄຼຍ

ອັງກິດເພີ່ມທະວີກຳລັງແຮງນິວເຄຼຍ - ảnh 1
​ກຳ່​ປັ່ນ​ດຳ​ນ້ຳນິວ​ເຄຼຍ​ຂອງ​ປະ​ເທດ​ ອັງກິດ
(ພາບ: AFP/TTXVN)

(vovworld) - ວັນ​ທີ 01/10 ກະຊວງ​ປ້ອງ​ກັນ​ປະ​ເທດ ອັງກິດ ​ໃຫ້​ຮູ້​ວ່າ: ​ໂຄງການ​ຜະລິດ​ບັນດາ​ກຳ່​ປັ່ນ​ດຳ​ນ້ຳນິວ​ເຄຼຍ​ໃໝ່​ຂອງ​ປະ​ເທດ​ນີ້​ຈະ​ເລີ່​ມດຳ​ເນີນ ດ້ວຍຄ່າ​ລົງທຶນ​ໃໝ່​​ແມ່ນປະມານ 1,7 ຕື້ USD ​ໂດຍ​ກຸ່ມ​ບໍລິສັດ​ອຸດສາຫະກຳ​ປ້ອງ​ກັນຊາ​ດ BAE Systems ຮັບຜິດຊອບ. ບ້ວງ​ເງິນລົງທຶນ​ນີ້ ຈະ​ໜູນ​ຊ່ວຍ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຮັກສາ​ໂຄງການ​ ນິວ​ເຄຼຍ Trident ບົນ​ທະ​ເລ ​ແລະ ຕໍ່​ກອງ​ເຮືອ​ຮົບ​ໃໝ່​ລວມມີ​ກ່ຳ​ປັ່ນ​ດຳ​ນ້ຳ​​ລູກ​ສອນ​ໄຟນຳ​ວິຖີ Successor 4 ລຳ. BAE Systems ​ໃຫ້​ຮູ້​ວ່າ: ກ່ຳ​ປັ່ນ​ດຳ​ນ້ຳ​ໃໝ່​ລຳ​ທຳ​ອິດ ຈະ​ເຂົ້າ​ການ​ເຄື່ອນ​ໄຫວ​ໃນ​ຕົ້ນ​ປີ 2030.

        ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ທີ 18/07 ຜ່ານ​ມາ ຢູ່​ສະພາ​ຕ່ຳ ອັງກິດ, ທ່ານ​ນາງ Theresa May ດ້ວຍ​ຖານະ​ເປັນ​ນາ​ຍົກ​ລັດຖະມົນຕີ​ຄົນ​ໃໝ່ ​ໄດ້​ຫວນ​ຄືນ​ບັນດາ​ການ​ປຶ​ກສາ​ຫາລື​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ຍົກ​ລະດັບ​ລະບົບ​ອາວຸດນິວ​ເຄຼຍ Trident ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ກຳລັງ​​ແຮງ​ໃຫ້​ແກ່​ການ​ນາບ​ຂູ່.

ຂ່າວ/ບົດ​ອື່ນ