ອັງກິດໂຈະການເຈລະຈາລະຫວ່າງບັນດາພັກກ່ຽວກັບ Brexit

(VOVWORLD) -ການພົບປະຄັ້ງຫຼ້າສຸດລະຫວ່າງ 2 ຝ່າຍຖືກດຳເນີນໃນວັນທີ 09 ເມສາ ຢ່າງມີປະສິດທິຜົນ ແລະ ຮອບດ້ານກວ່າ, ແຕ່ຍັງບໍ່ທັນຮັບປະກັນຄວາມເຫັນດີກັບພັກແຮງງານ ກ່ອນດຳເນີນກອງປະຊຸມສຸດຍອດ EU.

ໃນແຈ້ງການສະບັບໜຶ່ງ, ໂຄສົກລັດຖະບານອັງກິດ ໃຫ້ຮູ້ວ່າ, ການພົບປະຄັ້ງຫຼ້າສຸດລະຫວ່າງ 2 ຝ່າຍຖືກດຳເນີນໃນວັນທີ 09 ເມສາ ຢ່າງມີປະສິດທິຜົນ ແລະ ຮອບດ້ານກວ່າ, ແຕ່ຍັງບໍ່ທັນຮັບປະກັນຄວາມເຫັນດີກັບພັກແຮງງານ ກ່ອນດຳເນີນກອງປະຊຸມສຸດຍອດ EU. ເຖິງຢ່າງໃດກໍ່ຕາມ, 2 ຝ່າຍໄດ້ເຫັນດີນຳກັນຈະພົບປະກັນຄືນໃໝ່ໃນວັນທີ 11 ພຶດສະພາ, ເມື່ອ EU ຍົກອອກຂໍ້ຕົກລົງກ່ຽວກັບບັນຫາ Brexit.

        ແລະກໍ່ໃນວັນດຽວກັນ, ສະພາຕ່ຳອັງກິດ ໄດ້ຮັບຮອງເອົາຂໍ້ສະເໜີຂອງທ່ານນາງນາຍົກລັດຖະມົນຕີ Theresa May ສຳລັບ EU ກ່ຽວກັບເລື່ອງໂຈະ Brexit ໄປຮອດວັນທີ 30 ມິຖຸນາ.

        ກ່ຽວຂ້ອງເຖິງຂໍ້ສະເໜີໂຈະ Brexit ຂອງອັງກິດ, ໃນວັນດຽວກັນ, ປະທານສະພາສະພາເອີລົບ Donald Tusk ໄດ້ກະຕຸກຊຸກຍູ້ບັນດາການນຳ EU ອະນຸຍາດໃຫ້ອັງກິດ ໂຈະວິວັດທະນາການດັ່ງກ່າວໃນຮອບເວລາ 1 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ