ອົງ​ການ WHO ແລະ ທະ​ນາ​ຄານ​ລົງ​ທຶນ ເອີ​ຣົບ ຮ່ວມ​ມື​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19

(VOVWORLD) -ວັນທີ 1 ພຶດສະພາ, ອົງການອະນາໄມໂລກ (WHO) ໄດ້ຖະແຫຼງວ່າ ຈະເພີ່ມທະວີການຮ່ວມມືກັບທະນາຄານລົງທຶນ ເອີຣົບ (EIB) ເພື່ອເພີ່ມທະວີສຸຂະພາບໃຫ້ວົງຄະນະຍາດ, ສະໜອງບັນດາອຸປະກອນທີ່ຈຳເປັນ, ບຳລຸງສ້າງ ແລະ ລົງທຶນໃຫ້ແກ່ວຽກງານອະນາໄມການປ້ອງກັນ, ສະກັດກັ້ນໂລກລະບາດຢູ່ບັນດາປະເທດທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກວ່າໝູ່.

ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການ WHO ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບ ທະນາຄານ EIB ເຊິ່ງມີສຳນັກງານຕັ້ງຢູ່ ລຸກຊຳບວກ (Luxembourg), ເພື່ອເພີ່ມທະວີການຮ່ວມມື ແນໃສ່ໜູນຊ່ວຍບັນດາປະເທດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19.

ໃນການຖະແຫຼງຂ່າວທາງອອນລາຍ, ທ່ານ Tedros Adhanom Ghebreyesus ໃຫ້ຮູ້ວ່າ WHO ຈະລົງທຶນພື້ນຖານໂຄງລ່າງ ກໍຄື ບຳລຸງສ້າງຖັນແຖວພະນັກງານການແພດ 10 ປະເທດ ຢູ່ ອາຟະລິກາ ແລະ ຕາເວັນອອກກາງ ຢ່າງຮີບດ່ວນ. ທະນາຄານ EIB ແລະ WHO ຈະຮ່ວມມືກັນເພື່ອໜູນຊ່ວຍລະບົບສະໜອງການຮັບມືກັບໂລກລະບາດໂຄວິດ - 19 ເພື່ອສ້າງເງື່ອນໄຂຈຳໜ່າຍບັນດາອຸປະກອນບົ່ງມະຕິພະຍາດ, ປ້ອງກັນສ່ວນບຸກຄົນ ແລະ ບັນດາອຸປະກອນການແພດອື່ນ ໃຫ້ແກ່ບັນດາບໍລິສັດທີ່ມີຄວາມຈຳເປັນທີ່ສຸດ. 

            ກໍໃນຂອບເຂດຂອງຂໍ້ຕົກລົງສະບັບໃໝ່ນີ້, EIB ແລະ WHO ຈະພ້ອມກັນໜູນຊ່ວຍ ກອງທຶນ ປ້ອງກັນ, ຕ້ານໄຂ້ຍຸງລາຍຂອງ ອີຢູ, ເຊິ່ງເປັນຂໍ້ລິເລີ່ມປະສົມລະຫວ່າງພາກລັດ ແລະ ພາກເອກະຊົນ ມີມູນຄ່າເຖິງ 250 ລ້ານເອີໂຣ ເພື່ອແນໃສ່ໜູນຊ່ວຍ ການປິ່ນປົວພະຍາດໄຂ້ຍຸງລາຍ ໃຫ້ມີປະສິດທິຜົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ