ອົງການກວດສອບແຫ່ງລັດມາເລເຊຍສືບຕໍ່ເພີ່ມທະວີການຮ່ວມມືກັບອົງການກວດສອບແຫ່ງລັດຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 17 ກັນຍາ, ຢູ່ຮ່າໂນ້ຍ, ຫົວໜ້າອົງການກວດສອບແຫ່ງລັດຫວຽດນາມ ໂຮ່ດຶກເຝິກ ໄດ້ມີການເຈະລຈາກັບ ຫົວໜ້າອົງການກວດສອບແຫ່ງລັດມາເລເຊຍ Madinah Binti Mohamad
ອົງການກວດສອບແຫ່ງລັດມາເລເຊຍສືບຕໍ່ເພີ່ມທະວີການຮ່ວມມືກັບອົງການກວດສອບແຫ່ງລັດຫວຽດນາມ - ảnh 1ຫົວໜ້າອົງການກວດສອບແຫ່ງລັດຫວຽດນາມ ໂຮ່ດຶກເຝິກ ໄດ້ມີການເຈະລຈາກັບ ຫົວໜ້າອົງການກວດສອບແຫ່ງລັດມາເລເຊຍ Madinah Binti Mohamad 

ກ່າວຄຳເຫັນທີ່ການເຈລະຈາ, ຫົວໜ້າອົງການກວດສອບແຫ່ງລັດຫວຽດນາມ ໂຮ່ດຶກເຝິກ ໄດ້ຕີລາຄາສູງການໜູນຊ່ວຍຂອງ ອົງການກວດສອບແຫ່ງລັດມາເລເຊຍໃນໄລຍະທີ່ຜ່ານມາໃນວຽກງານໜູນຊ່ວຍອົງການກວດສອບແຫ່ງລັດຫວຽດນາມໃນການກໍ່ສ້າງ, ຕິດຕາມກວດກາ, ປະເມີນການປະຕິບັດແຜນຍຸດທະສາດຂອງອົງການບັນດາສຳນັກງານກວດສອບສູງສຸດອາຊີຕາເວັນອອກສ່ຽງໃຕ້, ໜູນຊ່ວຍໃນການບຳລຸງສ້າງພະນັກງານ ອົງການກວດສອບແຫ່ງລັດຫວຽດນາມກ່ຽວກັບວິຊາການກວດສອບ.

     ສ່ວນທ່ານນາງຫົວໜ້າອົງການກວດສອບແຫ່ງລັດມາເລເຊຍ Madinah Binti Mohamad ໃຫ້ຮູ້ວ່າ ໃນໄລຍະທີ່ຈະມາເຖິງ, ອົງການກວດສອບແຫ່ງລັດມາເລເຊຍຈະສືບຕໍ່ເພີ່ມທະວີການຮ່ວມມືກັບອົງການກວດສອບແຫ່ງລັດຫວຽດນາມທາງດ້ານວິຊາການ ແລະ ພ້ອມແລ້ວຈະແບ່ງປັນບົດຮຽນກັບອົງການກວດສອບແຫ່ງລັດຫວຽດນາມໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ