ອົງການອະນາໄມໂລກ ຕັກເຕືອນການປ້ອງກັນ ຕ້ານໂລກໄຂ້ຫວັດ A (H7N9)


 ອົງການອະນາໄມໂລກ ຕັກເຕືອນການປ້ອງກັນ ຕ້ານໂລກໄຂ້ຫວັດ A (H7N9) - ảnh 1

(ພາບປະກອບ)

(vovworld)- ​ຕໍ່ໜ້າ​ສະພາບ​ການ​ຜັນ​ແປ​ໂລກລະບາດ​ໄຂ້ຫວັດ​ທີ່​ສັບສົນ​ທີ່​ສຸດ​ຢູ່​ປະ​ເທດ​ຈີນ, ​ອົງການ​ອະນາ​ໄມ​ໂລກ ຍັງ​ບໍ່​ທັນ​ຕັກ​ເຕືອນ​ຈຳ​ກັດ​ການ​ໄປ​ມາ​ລະຫວ່າງ​ປະ​ເທດ​ຕ່າງໆ ຫຼື​ນຳ​ໃຊ້​ບັນດາ​ມາດ​ຕະການ​ກວດກາ​ພິ​ເສດ​ຢູ່​ດ່ານ​ແຫ່ງ​ຕ່າງໆ​ສຳລັບ​ໂລກ​ໄຂ້ຫວັດ A (H7N9). ຕາມ​ຂ່າວ​ຈາກອົງການ​ອະນາ​ໄມ​ໂລກ, ວັນ​ທີ 12/2/2014, ຈີນ​ ໄດ້​ຮັບ​ຮູ້​ມີ​ຕື່ມ​ອີກ 1 ກໍລະນີ​ຕິດ​ໄວຣັດໄຂ້ຫວັດ A (H7N9). ​ໄລ່​ຮອດ​ວັນ​ທີ 14/2, ​ໄດ້​ຮັບ​ຮູ້ 338 ກໍລະນີຕິດ​ໄວຣັດໄຂ້ຫວັດ A (H7N9) ຢູ່ 14 ​ແຂວງ, ນະຄອນ​ຂອງ​ຈີນ (ນັບ​ທັງ​ຮົງ​ກົງ ​ແລະ ​ໄຕ​ຫວັນ), ​ໃນ​ນັ້ນມີ 66 ຕົນ​ເສຍ​ຊີວິດ​ແລ້ວ.

  ວັນ​ທີ 14/2, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ອອກ​ໂທລະ​ເລກ​ທາງ​ການ​ຮຽກຮ້ອງ​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ, ອົງການ​ຂຶ້ນ​ກັບ​ລັດຖະບານ ​ແລະ ຄະນະ​ກຳມະການ ປຊຊ ບັນດາ​ແຂວງ​ນະຄອນ​ຂຶ້ນ​ກັບສູນ​ກາງ ຈົ່ງ​ສຸມ​ໃສ່​ການປ້ອງ​ກັນ​ຕ້ານ​ໂລກ​ໄຂ້ຫວັ​ດສັດ​ປີກ. ອົງການ​ອາຫານ ​ແລະ ກະ​ເສດ ສປຊ ​ໄດ້​ຕັກ​ເຕືອນ​ວ່າ​ໄວຣັດໄຂ້ຫວັດ A (H7N9) ຈະ​ມີ​ໄພ​ເຂົ້າຫວຽດນາມ ຈາກ​ບັນດາ​ແຂວງ​ຊານ​ແດນ​ທາງ​ພາກ​ເໜືອ ​ແລະ ບັນດາ​ແຂວງ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຄ້າຂາຍ, ຈຳໜ່າຍ​ສັດ​ປີກ, ຜະລິດ​ຕະພັນ​ສັດ​ປີກ​ນຳ​ເຂົ້າ​ເຖື່ອນ, ບໍ່​ຮູ້​ເຫຼ່ງກຳ​ເນີ​ດ​ແມ່ນ​ສູງ​ທີ່​ສຸດ.

 

ຂ່າວ/ບົດ​ອື່ນ