ອົງຄະນະພັກຫ້ອງວ່າການສະພາແຫ່ງຊາດ ຮໍ່າຮຽນ ມະຕິສູນກາງຄັ້ງທີ 5 ຊຸດທີ 11

ອົງຄະນະພັກຫ້ອງວ່າການສະພາແຫ່ງຊາດ ຮໍ່າຮຽນ ມະຕິສູນກາງຄັ້ງທີ 5 ຊຸດທີ 11 - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 27/8, ​ອົງຄະ​ນະ​ພັກ​ສຳນັກງານຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຮໍ່າຮຽນ, ຊາບ​ຊຶມ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 5 ຊຸດ​ທີ 11 ​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກທີ່​ຂຶ້ນ​ກັບ​ອົງຄະນະ​ພັກ. ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​​ແນະນຳບັນດາ​ຫົວ​ເລື່ອ​ງສະ​ເພາະ​ກ່ຽວ​ກັບ; ການ​ສະຫຼຸບ​ວຽກ​ງານ​ປະຕິບັດ​ລັດຖະທຳ​ມະນູນປີ 1992 ​ແລະ ບາງ​ເນື້ອ​ໃນ​ພື້ນຖານ​ທີ່​ຄວນ​ໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ປີ 1992; ສືບ​ຕໍ່​ປະ​ຕິ​ບັດ​ມະຕິສູນ​ກາງ​ຄັ້ງ​ທີ 3 ຊຸດ​ທີ 10 “​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາຂອງ​ພັກ​ທີ່​ມີຕໍ່​ວຽກ​ງານປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ”; ສະຫຼຸບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 7 ຊຸດ​ທີ 9 ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່​ນະ​​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ທີ່​ດິນ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ… ກອງ​ປະຊຸມ​ໄດ້​ຊ່ວຍ​ໃຫ້​ພະນັກງານ, ສະມາຊິກ​ພັກ, ສະມາຊິກ​ກຳມະບານ ​ແລະ ສະມາຊິກ​ຊາວ​ໜຸ່ມໃນອົງຄະ​ນະ​ພັກ ກຳ​ແໜ້ນ, ​ເຂົ້າ​ໃຈຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​​ເປົ້າ​ໝາຍ, ຄວາມ​ໝາຍ, ຄວາມ​ສຳຄັນ, ຄວາມ​ຮຽກຮ້ອງ, ​ເນື້ອ​ໃນ​ຂອງ​ບັນດາ​ມະຕິ, ຂໍ້​ສະຫຼຸບ, ບັນດາ​ທັດສະນະ​​ແນວ​ຕິດຊີ້​ນຳ​ຂອງສູນ​ກາງ​, ບົນ​ພື້ນຖານ​ນັ້ນ​ຈັດ​ຕັ້ງ​ການ​ປະຕິບັດ​ມະຕິ​ຢ່າງ​ເຂັ້ມ​ງວດ ​ແລະ ມິ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ