ອົງມົງກຸດລາຊະກູມານແດນມາກ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

   ຕອນ ເຊົ້າວັນ ທີ 28/11, ຢູ່ ຮ່າ ໂນ້ຍ, ທ່ານ ນາງ ຫງວຽນ ທິຢວານ ຮອງ ປະທານ ປະ ເທດ ຫວຽດນາມ ໄດ້ ເປັນ ປະທານ ໃນ ພິທິຕ້ອນຮັບ ເຈົ້າຟ້າຊາຍອົງ ມົງກຸດ ລາຊະ ກູ ມານ ແດນ ມາກ Frederik  ແລະ ເຈົ້າຍິງ Mary Elizabeth ມາ ຢ້ຽມຢາມ ຫວຽດນາມ ຢ່າງ ເປັນ ທາງ ການ ແຕ່ ວັນ ທີ 27/11 ຫາ ວັນ ທີ 1/12/2011. ທ່ານ ນາງ ຮອງ ປະທານ ປະ ເທດ ຫວຽດນາມ ຫງວຽນ ທິຢວານ ເນັ້ນໜັກ ວ່າ ການ ຢ້ຽມຢາມ ຂອງອົງ ມົງກຸດ ລາຊະ ກູ ມານ ແລະ ເຈົ້າຍິງ ດຳ ເນີນ ໄປ ກົງ ກັບ ໂອກາດ ສອງ ປະ ເທດສະ ເຫຼີມສະຫຼອງ 40 ປີ ແຫ່ງ ວັນ ສ້າງຕັ້ງສາຍ ພົວພັນ ທາງ ການ ທູດນຳ ກັນ (25/11/1971-25/11/2011) ຈະ ປະກອບສ່ວນ ເພີ່ມ ທະວີ ການ ພົວພັນ ມິດຕະພາບ ອັນ ເປັນ ມູນ ເຊື້ອ ແລະ ການ ຮ່ວມ ມື ຫລາຍ ດ້ານ ລະຫວ່າງ ຫວຽດນາມ- ແດນ ມາກ. ແລະ ກໍ່ ໃນຕອນ ເຊົ້າວັນ ທີ 28/11, ໃນ ການ ຕ້ອນຮັບອົງ ມົງກຸດ ລາຊະ ກູ ມານ Frederik, ທ່ານ ປະທານ ປະ ເທດ ຫວຽດນາມ ເຈືອງ ເຕີນ ຊາງ ເນັ້ນໜັກ ວ່າ, ຫວຽດນາມ ພວມ ມານະ ພະຍາຍາມ ຄ່ອຍໆ ຫັນ ໄປ ໄລຍະ ພັດທະນາ ໃໝ່, ສຸມ ໃສ່ ຄຸນ ນະພາ ບການຈະ ເລີ ນ ເຕີບ ໂຕ, ສະນັ້ນ, ຕ້ອງການ ທີ່ ສຸດ ການ ແບ່ງປັນ ບົດຮຽນ ຂອງ ບັນດາ ປະ ເທດ ມີ ພື້ນຖານ ເສດຖະກິດ ພັດທະນາ, ໃນ ນັ້ນມີ ແດນ ມາກ. ທ່ານ ຊົມ ເຊີຍ ເລື່ອງ ປະກາດ ການ ຍົກ ລະດັບ ການ ພົວພັນ ລະຫວ່າງ ສອງ ປະ ເທດ ເປັນ ຄູ່ ຮ່ວມ ມື ຍຸດ ທະ ສາດ. ສ່ວນອົງ ມົງກຸດ ລາຊະ ກູ ມານ Frederik ໃຫ້ ຮູ້ ວ່າ ແດນ ມາກ ຢາກ ແບ່ງປັນ ບົດຮຽນກັບ ຫວຽດນາມ ກ່ຽວ ກັບ ດ້ານ ການ ສຶກສາ, ບຳລຸງ ສ້າງ ແຫຼ່ງຊັບພະຍາກອນ ມະນຸດ ມີ ຄຸນ ນະພາ ບສູງ ແລະໄດ້ ສະ ແດງ ໃຫ້ ເຫັນ ຄວາມ ປະ ທັບ ໃຈ ອັນ ເລິກ ເຊີ່ງກ່ຽວ ກັບປະ ເທດ ຊາດ ແລະ ຊາວ ຫວຽດນາມ ກໍ່ ຄື ບັນດາ ຜົນງານ ຂອງ ຫວຽດນາມ ກ່ຽວ ກັບ ການ ພັດທະນາ ແລະ ຊີວິດ ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ