ອັດກອງປະຊຸມ ການຕ່າງປະເທດ ຄັ້ງທີ 27

ກ​ອງປະຊຸມ​ການ​ຕ່າງປະ​ເທດ​ຄັ້ງ​ທີ 27 ​ໄດ້​ສິ້ນສຸດ​ລົງ​ໃນ​ຕອນ​ເຊົ້າວັນ​ທີ 19/12 ຢູ່ ຮ່າ​ໂນ້ຍ ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາໜຶ່ງ​ອາທິດ. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິນ​ມິນ ຢືນຢັນ​ວ່າ: ກອງ​ປະຊຸມ​ການ​ຕ່າງປະ​ເທດນີ້ ​ແມ່ນ​ເວທີ​ປາ​ໄສ​​ແລກປ່ຽນຄວາມ​ເຫັນ, ຖອດ​ຖອນ​ບົດຮຽນ ​ແລະ ວາງ​ອອກ​ບັນດາ​ທິດ​ທາງ, ​ແຜນການ​ປະຕິບັດ​ງານ​ໃຫ້​ແກ່​ໄລຍະ​ທີ່​ຈະ​ມາ​ເຖິງ​ຢ່າງ​ແທດ​ຈິງ. ບັນດາ​ບົດ​ລາຍ​ງານ, ບົດ​ທາ​ບທາ​ມຄວາມ​ເຫັນ​ທີ່​ກອງ​ປະຊຸມ​ແມ່ນ​ອຸດົມສົມ​ບຸນ, ​ໃນ​ນັ້ນ​ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ຢ່າງ​ເລິກ​​ເຊິ່ງກ່ຽວ​ກັບ​ສະພາບ​ການ​ໂລກ ກໍ່​ຄື ກາລະ​ໂອກາດ, ສິ່ງ​ທ້າ​ທາຍ​ທີ່​ມີ​ຕໍ່​ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

“ກອງ​ປະຊຸມ​ໄດ້​ຊາບ​ຊຶມ, ຜັນ​ຂະຫຍາຍ​ແນວທາງ​ການ​ພົວພັນ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມມູນິດ​ຫວຽດນາມ, ຜັນຂະຫຍາຍ​ການປະຕິບັດ​ໂຄງການ​ການ​ເມືອງ ປີ 1991 ສະບັບ​ປັບປຸງ ​ແລະ ​ເພີ​ມ​ເຕີ່​ມ, ຜັນ​ຂະຫຍາຍ ​ແລະ ປະຕິບັດ​ຍຸດ​ທະ​ສາດພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ ​​ໄລຍະ 2011 2020. ດ້ວຍ​ຈິດ​ໃຈ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ກອງ​ປະຊຸມ​ການ​ຕ່າງປະ​ເທດ​ຄັ້ງ​ທີ 27 ກໍ່​ໄດ້​ປ່ຽນ​​ໃໝ່​ຫລາຍ​ຢ່າງ, ນັ້ນ​ແມ່ນ ​ເປັນ​ຄັ້ງ​ທຳ​ອິດ ​ທີ່ໄດ້​ຈັດ​ຕັ້ງ ກອງ​ປະຊຸມ ພົວພັນ​ຕ່າງປະ​ເທດ ກັບ ກ​ອງປະຊຸມ​ການ​ຕ່າງປະ​ເທດ"

ກອງ​ປະຊຸມ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ “​ໂຄງການ​ດຳ​ເນີນ​ງານ​ປະຕິບັດ​ໝາກຜົນ​ກອງ​ປະຊຸມ​ການ​ຕ່າງປະ​ເທດ​ຄັ້ງ​ທີ 27”, ​ໃນ​ນັ້ນ​​ໄດ້​ວາງ​ອອກ​ທິດ​ທາງ ​ແລະ ​ເນື້ອ​ໃນ​ລະອຽດ​ຂອງ 4 ວຽກ​ງານ​ຈຸດ​ສຸມ​ນັ້ນແມ່ນ: ​ການ​ຕ່າງປະ​ເທດດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ​ດ້ານ​ເສດຖະກິດ, ການ​ຕ່າງປະ​ເທດ​ດ້ານ​ວັດທະນະທຳ ​ແລະ ວຽກ​ງານ​ສຳລັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ