ອັດກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກຊຸດທີ XII

ອັດກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກຊຸດທີ XII - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​ຈ້ອງ ກ່າວ​ອັດ​ກອງ​ປະ​ຊຸມ
ພາບ:VGP

(vovworld)- ຕອນ​ບ່າຍ​ວັນ​ທີ 12/3, ກອງ​ປະ​ຊຸມ​ຄັ້ງ​ທີ  2 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XII  ໄດ້​ອັດ​ລົງ​ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 3 ວັນ. ກ່າວ​ຄຳ​ປາ​ໄສ​ອັດ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​ຈ້ອງ ໄດ້​ເນັ້ນ​ຫ​ນັກ ແລະ ເຮັດ​ແຈ້ງ​ບາງ​ບັນ​ຫາ​ເພື່ອ​ເປັ​ນ​ເອ​ກະ​ພາບ​ໃນ​ການ​ຈັດ​ຕັ້ງ, ການ​ຊີ້​ນຳ​ປະ​ຕິ​ບັດ.

ກ່ຽວ​ກັບ​ໂຄງ​ການ​ເຮັດ​ວຽກ​ໃນ​ທົ່ວ​ສະ​ໄຫມ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ຊຸດ​ທີ XII, ສູນ​ກາງ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ໃບ​ຍ​ື່ນ​ສະ​ເຫ​ນີ ແລະ ​ແຜນຮ່າງ​ລາຍ​ການ​ເຮັດ​ວຽກ ແລະ ຖື​ວ່າ ​ແຜນ​ຮ່າງ​ໄດ້​ຮັບ​ການ​ກະ​ກຽມ​ຢ່າງ​ລະ​ອຽດ, ເນື້ອ​ໃນ​ຮອບ​ດ້ານ, ສະ​ແດງ​ໃຫ້​ເຫັນ​ຫົວ​ເລື່ອງ​ສະ​ເພາະ, ແນວ​ຄິດ​ການ​ຊີ້​ນຳ​ນຳ​ພາ ແລະ ບັນ​ດາ​ຫ​ນ້າ​ທີ່​ຈຸດ​ສຸມ​ໂດຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທ​ີ XII ໄດ້​ວາງ​ອອກ. ບັນ​ດາ​ບັນ​ຫາ​ນຳ​ເຂົ້າ​ໂຄງ​ການ​ທົ່​ວ​ສະ​ໄຫມ​ແມ່ນ​ບັນ​ດາ​ບັນ​ຫາ​ສຳ​ຄັນ ແລະ ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ, ແນ​ໃສ່​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ XII ຂອງ​ພັກ​ຢ່າງ​ມີ​ໄຊ.

ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 5 ປີ ຄື​ແຕ່​ປີ 2016 – 2020, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ ໄດ້​ຕີ​ລາ​ຄາ​ສູງ​ການ​ກະ​ກຽມ, ເຫັນ​ດີ​ຕໍ່​ບັນ​ດາ​ຂໍ້​ກຳ​ນົດ, ການ​ຕີ​ລາ​ຄາ, ຂໍ້​ສະ​ເຫ​ນີ​ທີ່​ລະ​ບຸ​ໃນ​ໃບ​ຍື່ນ​ສະ​ເຫ​ນີ. ສູນ​ກາງ​ເນັ້ນ​ຫ​ນັກ​ເປັນ​ພິ​ເສດ​ເຖ​ິງ​ຄວາມ​ຈຳ​ເປັນ​ຕ້ອງ​ສຸມ​ໃສ່ບຸ​ລິ​ມະ​ສິດ​ໃຫ້​ການ​ລົງ​ທຶນ​ພັດ​ທະ​ນາ​ກະ​ສິ​ກຳ, ຊາວ​ກະ​ສິ​ກອນ ແລະ ຊົນ​ນະ​ບົດ, ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ປະ​ຕິ​ບັດ​ບັນ​ດາ​ບຸກ​ທະ​ລຸ​ຍຸດ​ທະ​ສາດ.

ບົນ​ພື້ນ​ຖານ​ຊາບ​ຊືມ ແລະ​ປະ​ຕິ​ບັດ​ທິດ​ທາງວຽກ​ງານ​ບຸກ​ຄະ​ລາ​ກອນ​​ໂດຍກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ XII ຂອງ​ພັກ​ໄດ້​ຮັບ​ຮອງ​ເອົາຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ. ທີ່ກອ​ງ​ປະ​ຊຸມ​ຄັ້ງ​ນີ້ ສູນ​ກາງ​ໄດ້​ປ່ອນ​ບັດ​ສະ​ເຫ​ນີບຸກ​ຄະ​ລາ​ກອນ​ສະ​ໝັກຮັບ​ເລືອກ​ຕັ້ງ​ບັນ​ດາ​ຕຳ​ແຫ​ນ່ງ​ປະ​ທານ​ປະ​ເທດ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ແມ່ນ​ບັນ​ດາ​ຕຳ​ແຫ​ນ່​ງ​ການ​ນຳ​ຫລັກ​ແຫລ່ງ​ຂອງ​ລັດ ດ້ວຍ​​ຈຳ​ນວນບັດ​ເຫັນ​ດີ​ຢ່າງ​ສູງ.

 

ຂ່າວ/ບົດ​ອື່ນ