ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII

(VOVWORLD) -ພາຍຫຼັງເຮັດວຽກມາເປັນໄລຍະເວລາ 6 ວັນ, ກອງປະຊຸມຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ XIII, ຕອນບ່າຍວັນທີ 10 ພຶດສະພາ ໄດ້ອັດລົງດ້ວຍຜົນສຳເລັດອັນດີງາມ.
ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIII - ảnh 1ທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນອັດກອງປະຊຸມ (ພາບ:VOV)

ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ກອງປະຊຸມ ໄດ້ລົງເລິກໄຈ້ແຍກ, ຕີລາຄາ ແລະ ເຫັນດີເປັນເອກະພາບຢ່າງສູງກ່ຽວກັບມາດຕະການ, ແຜນນະໂຍບາຍ, ກຳນົດທິດສືບຕໍ່ປ່ຽນແປງໃໝ່, ຮອບດ້ານ ແລະ ຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍກ່ຽວກັບທີ່ດິນໃຫ້ດີກວ່າອີກ, ກ່ອນອື່ນໝົດແມ່ນປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍທີ່ດິນປີ 2013 ແລະ ກົດໝາຍສະບັບອື່ນໆທີ່ກ່ຽວຂ້ອງເພື່ອແກ້ໄຂຂໍ້ຈຳກັດ, ຂໍ້ຂາດຕົກບົກພ່ອງໃນປັດຈຸບັນ.

        ກ່ຽວກັບບົດລາຍງານສະຫຼຸບໄລຍະ 15 ປີ ແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 7 ຄະນະບໍລິຫານງານສູນກາງພັກຊຸດທີ X ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ”, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ການຍົກສູງຊີວິດການເປັນຊີວິດການເປັນຢູ່ຂອງຊາວກະສິກອນ ແລະ ປະຊາຊົນເຂດຊົນນະບົດ ແມ່ນໜ້າທີ່ຂອງທົ່ວພັກ, ທົ່ວປວງຊົນ, ແມ່ນໜ້າທີ່ຈຸດສຸມຂອງທັງລະບົບການເມືອງ. ໄປຄຽງຄູ່ກັນນັ້ນ, ຄວນເພີ່ມທະວີການນຳພາຂອງພັກ, ຍົກສູງບົດບາດ, ຄວາມຮັບຜິດຊອບຂອງຜູ້ນຳໜ້າ ແລະ ຍົກສູງກຳລັງຄວາມສາມາດ, ປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງແຫ່ງລັດ.

        ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລື ແລະ ເປັນເອກະພາບຢ່າງສູງກ່ຽວກັບແຜນນະໂຍບາຍສ້າງຕັ້ງຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້.

ຕອບກັບ

ຂ່າວ/ບົດ​ອື່ນ