ອັດກອງປະຊຸມຄັ້ງທີ3ຄະນະປະຈຳສະພາແຫ່ງຊາດຊຸດທີXIV

ອັດກອງປະຊຸມຄັ້ງທີ3ຄະນະປະຈຳສະພາແຫ່ງຊາດຊຸດທີXIV - ảnh 1
ທ່ານ​ນາງ​ຫງວຽນ​ທິ​ກີມ​ເງິນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ກ່າວ​ຄຳ​ເຫັນ
ອັດ​ກອງ​ປະ​ຊຸມ
ພາບ:TTXVN

(vovworld)- ​​ ​ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ອັດ​ກອງ​ປະ​ຊຸມໃນ​ຕອນ​ເຊົ້າ​ວັນ​ທີ 22/9, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ ຊີ້​ແຈ້ງວ່າ: ກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ສຳ​ເລັດ​ບັນ​ດາ​ເນື້ອ​ໃນ​ທີ່​ໄດ້​ວາງ​ອອກ, ໃນ​ນັ້ນ ປະ​ກອບ​ຄຳ​ເຫັນ​ກະ​ກຽມ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 22/10 ຈະ​ມາ​ເຖິງ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ໄດ້​ສະ​ເຫນີ​ລັດ​ຖະ​ບານ, ສານ​ປະ​ຊາ​ຊົນ​ສູງ​ສຸດ, ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ, ບັນ​ດາ​ອົງ​ການ​ຮຽບ​ຮຽງ​ບັນ​ດາ​ຮ່າງ​ກົດ​ໝາຍ​ຍື່ນ​ສະ​ເຫນີ, ບັນ​ດາ​ອົງ​ການກວດ​ກາ​ພ້ອມ​ກັບ​ການ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ເພື່ອ​ກະ​ກຽມ, ຮັບ​ເອົາ​ບັນ​ດາ​ຄຳ​ເຫັນ​ເພື່ອ​ສ້າງສຳ​ເລັດ​ບັນ​ດາ​ຮ່າງ​ກົດ​ໝາຍ, ບົດ​ລາຍ​ງານ, ຮ່າງ​ມະ​ຕິ​ເພື່ອ​ຍື່​ນ​ສະ​ເຫນີ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ຈະ​ມາ​ເຖິງ. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ 10 ສະ​ບັບ ແລະ ຮ່າງ​ມະ​ຕິ 1 ສະ​ບັບ ຈະ​ຍື່ນ​ສະ​ເຫນີ​ສະ​ພາ​ແຫ່ງ​ຊາດ​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 2.

ຕອບກັບ

ຂ່າວ/ບົດ​ອື່ນ