ອັດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 6

ອັດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 6 - ảnh 1
ບັນດາທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ
ພາບ:tienphong.vn


(vovworld) -  ວັນ​ທີ 29/5, ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 6 ​(ADMM 6) ໄດ້​ອັດ​ລົງ​ຢູ່ປະ​ເທດ ກຳປູ​ເຈຍ ດ້ວຍ​ເລື່ອງ​ຮັບຮອງ​ເອົາ​ເອກະສານ​ສຳຄັນ​ສອງ​ສະບັບຄື: ​ເອກະສານ​ນິຍາມ​ເພື່ອ​ພິຈາລະນາ​ເວລາ​ຈັດ​ຕັ້ງ​ກອງ​ປະຊຸມ​ລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ​ເປີດ​ກວ້າງ​ (ADMM 6 +) ​ແລະ ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ຄວາມ​ເປັນ​ເອກະ​ພາບ​ຂອງ ອາ​ຊຽນ ​ເພື່ອ​ປະຊາ​ຄົມ​ທີ່​ປອງດອງ ​ແລະ ໝັ້ນຄົງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານພົນ​ເອກ Phung Quang Thanh ລັດຖະມົນຕີ​ກະຊວງ​ປອ້ງກັນ​ປະ​ເທດ ຫວຽດນາມ, ຫົວຫນ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຊີ້​ແຈງ​ກ່ຽວ​ກັບການ​ຕີ​ລາຄາ ​ແລະ ທັດສະນະ​ຂອງ ຫວຽດນາມ ຕໍ່ບັນຫາ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ຢູ່ ພາກ​ພື້ນ ​ແລະ ​ໃນ​ໂລກ.  ກ່ຽວ​ກັບ​ສະພາບ​ການ​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ທ່ານພົນ​ເອກ Phung Quang Thanh ຖື​ວ່າ: ເບິ່ງລວມແລ້ວພາກ​ພື້ນ ຍັງ​ຄົງ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ,​​ ​ກໍຍັງມີສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນຄົງ ລວມມີ ບັນຫາອາດຊະຍາ​ກຳ​ທີ່ບໍ່ເຄີຍມີມາ ແລະ ບໍ່ເຄີຍມີມາກ່ອນ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ພົນ​ເອກ  Phung Quang Thanh ຖື​ວ່າ: ບັນດາ​ຝ່າຍຕອ້ງລະ​ງັບ​ໃຈ, ດຳ​ເນີນ​ການ​​ເຈລະຈາ​ໂດຍ​ສັນຕິ​ວິທີ​ເພື່ອ​ແກ້​ໄຂ​ບັນຫາຍາດຊິງ​ອະທິປະ​ໄຕ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ກົດໝາຍ​ສາກົນ. ພົນ​ເອກ Phung Quang Thanh ກໍ​ປະກາດ​​ວ່າ: ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ADMM+, ຫວຽດນາມ ​ແລະ ຈີນ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ກຸ່ມ​ຜູ້​ຊ່ຽວຊານ​ຫນູນ​ຊ່ວຍ​ມະນຸດ​ສະທຳ ​ແລະ ກູ້​ໄພ​ກູ້​ຊີບ​​ໃນ​ເຫດໄພພິບັດ ຈັດ​ຂຶ້ນ​ຢູ່ ຈີນ ​ໃນ​ເດືອນ 11/2011.

 

ຂ່າວ/ບົດ​ອື່ນ