ອັດກອງປະຊຸມລັດຖະມົນຕີການຕ່າງປະເທດASEMຄັ້ງທີ11

ອັດກອງປະຊຸມລັດຖະມົນຕີການຕ່າງປະເທດASEMຄັ້ງທີ11 - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ASEM

(vovworld)-ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ,  ວັນ​ທີ 12/11, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເວທີ​ປາ​ໄສ​ຮ່ວມ​ມື ອາຊີ-​ເອີ​ລົບ(ASEM) ຄັ້ງ​ທີ 11 ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ New Deli ຂອງ​ອິນ​ເດຍ ​​ອັດ​ລົງ ​ໂດຍ​ຮັບຮ​ອງ​ເອົາ​ຖະ​ແຫລ​ງການປະທານ ດ້ວຍ​ຄຳ​ຕັດສິນ​ສຳຄັນ​ຫລາຍ​ຢ່າງ​ກ່ຽວ​ກັບ​ທິດ​ທາງ ​ແລະ ​ໂຄງການ​ຮ່ວມ​ມື​ຂອງ​ເວທີ​ປາ​ໄສ​ໃນ​ໄລຍະ​ຈະ​ມາ​ເຖິງ. ກອງ​ປະຊຸມ​ກໍ​ໄດ້​ຮັບຮອງ​ເອົາ 16 ຂໍ້​ລິ​ເລີ່​ມ​ໃຫມ່ ​ໂດຍ​ບັນດາ​ສະມາຊິກ​ສະ​ເຫ​ນີ, ສ້າງ​ຕັ້ງ 12 ກຸ່ມ​ຮ່ວມ​ມື​ອີງ​ຕາມ​ຂົງ​ເຂດ ​ແລະ ວາງ​ອອກ​ບາດກ້າວ​ກະກຽມ​ເພື່ອ​ໃຫ້​ປະ​ເທດ Croatia ​ເຂົ້າ​ເປັນ​ສະມາຊິກ​ຂອງ ASEM ​ໃນ​ໄລຍະ​ຈະ​ມາ​ເຖິງ. ບັນດາ​ສະມາຊິກ​ຢືນຢັນ​ພອ້ມກັນ​ມານະ​ພະຍາຍາມ​ເພື່ອ​ຮັບປະກັນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ ASEM ຄັ້ງ​ທີ 10 ​ເຊິ່ງຈັດ​ຂຶ້ນ​ຢູ່ ອີ​ຕາ​ລີ ​ໃນ​ທ້າຍ​ປີ 2014 ກໍ່​ຄື​ອການ​ເຄື່ອນ​ໄຫວ​ອື່ນ​ຂອງ ASEM. ສິ້ນ​ສຸດ​ກອງ​ປະຊຸມ,​ທ່ານ ຮ່າ​ກີ​ມງອກ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ​ໂດຍ​ເນັ້ນ​ຫນັກ​​ເຖິງ​ບັນດາ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ຕໍ່​ເຫດການ​ດັ່ງກ່າວ ​ແລະ ຢືນຢັນ: ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ສົມທົບກັນ​ຢ່າງ​ແຫນ້ນ​ແຟ້ນກັບປ​ະ​ເທດ​ເຈົ້າພາບ ອິນ​ເດຍ ​ແລະ ບັນດາ​ປະ​ເທດ​ສະມາຊິກ ASEM ​ໃນ​ບັນຫາ​ຄຸ້ມ​ຄອງ​ແຫ​ລ່ງນຳ້​ຢ່າງ​ໝັ້ນຄົງ. ມີ​ຫລາຍຂໍ້​ສະ​ເຫ​ນີຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ລັກສະນະ​ແທດ​ຈິງ​ຂອງ​ການ​ຮ່ວມ​ມື ASEM ​ໄດ້​ຮັບ​ຄວາມ​ເຫັນ​ດີ​ ນຳ​​ເຂົ້າ​ໃນ​ບັນດາ​ເອກະສານ​ຂອງ​ກອງ​ປະຊຸມ.

ຂ່າວ/ບົດ​ອື່ນ