ອັດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14

(VOVWORLD) -ຕອນບ່າຍວັນທີ 14 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ດໍາເນີນວາລະອັດກອງປະຊຸມສະໄໝສາມັນເທື່່ອ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14.
ອັດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14 - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ 

ກ່າວຄໍາເຫັນທີ່ພິທີອັດ (ພາບ: quochoi.vn)

  ພາຍຫຼັງເຮັດວຽກມາເປັນເວລາ 20 ວັນ ດ້ວຍຈິດໃຈປະຊາທິປະໄຕ, ເຂັ້ມງວດ ແລະ ມີຄວາມຮັບຜິດຊອບ, ສະພາແຫ່ງຊາດຊຸດທີ 14 ໄດ້ປະຕິບັດສໍາເລັດລາຍການເຮັດວຽກທັງໝົດຂອງກອງປະຊຸມສະໄໝສາມັນເທື່ອທີ 7 ດ້ວຍຫຼາຍເນື້ອໃນໃນບັນດາຂົງເຂດຄື: ນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສໍາຄັນຂອງປະເທດຊາດ. ກົດໝາຍ 7 ສະບັບ ແລະ ມະຕິ 10 ສະບັບ ທີ່ສະພາແຫ່ງຊາດຮັບຮອງເອົານັ້ນ ລ້ວນໄດ້ແຕ່ພິຈາລະນາຢ່າງລະມັດລະວັງ,  ລະອຽດ, ຄິດໄລ່ຊັ່ງຊາແຕ່ລະວິທີການ ແລະ ໄດ້ຮັບຮອງເອົາດ້ວຍອັດຕາຄວາມເຫັນດີເຫັນພ້ອມສູງ. ນີ້ແມ່ນບັນດາພື້ນຖານອັນສໍາຄັນດ້ານນິຕິກໍາ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນພຶດຕິກໍາຕົວຈິງຂອງຊີວິດໄດ້ຢ່າງທັນການ ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໄດ້ຢ່າງວ່ອງໄວ ແລະ ຍືນຍົງ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.

        ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ສືບຕໍ່ມີບັນດາການປ່ຽນແປງໃໝ່, ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຢ່າງແທດຈິງເຂົ້າໃນການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        “ຜ່ານກອງປະຊຸມສະໄໝສາມັນແຕ່ລະຄັ້ງ ການເຄື່ອນໄຫວຂອງສະພາແຫ່ງຊາດຍິ່ງນັບມື້ນັບມີຄວາມຜູກພັນ, ສະໜິດສະໜົມກັບປະຊາຊົນ, ໃກ້ຊິດຕິດແທດກັບພຶດຕິກໍາຕົວຈິງໃນດໍາລົງຊີວິດ. ສະພາແຫ່ງຊາດສະແດງຄວາມຂອບອົກຂອບໃຈຕໍ່ຄວາມໄວ້ເນື້ອເຊື່ອໃຈ, ຄວາມສົນໃຈ ແລະ ການແບ່ງປັນຂອງພໍ່ແມ່ປະຊາຊົນ, ຂອງຜູ້ມີສິດເລືອກຕັ້ງທົ່ວປະເທດ ແລະ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການຕິດຕາມກວດກາຢ່າງແໜ້ນແຟ້ນ, ການປະກອບຄໍາຄິດເຫັນຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນ ເພື່ອໃຫ້ສະພາແຫ່ງຊາດເວົ້າສະເພາະ ແລະ ກົງຈັກລັດເວົ້າລວມ ມີການເຄື່ອນໄຫວຢ່າງແທ້ຈິງ ແລະ ມີປະສິດທິຜົນ”. 

ຕອບກັບ

ຂ່າວ/ບົດ​ອື່ນ