ອັດກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວຈິດວິນຍານເພື່ອການພັດທະນາ ຢ່າງໝັ້ນຄົງ

ອັດກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວຈິດວິນຍານເພື່ອການພັດທະນາ ຢ່າງໝັ້ນຄົງ - ảnh 1
(ກອງ​ປະຊຸມທ່ອງ​ທ່ຽວ​ຈິດ​ວິນຍານ​ເພື່ອ​ການພັດທະນາ​ຢ່າງ​ໝັ້ນຄົງ)

(vovworld) - ພາຍຫຼັງ​ເຮັດ​ວຽກ​ມາ​ປັນ​ເວລາ 2 ວັນ, ກອງ​ປະຊຸມ “ທ່ອງ​ທ່ຽວ​ຈິດ​ວິນຍານ​ເພື່ອ​ການພັດທະນາ​ຢ່າງ​ໝັ້ນຄົງ” ​ໄດ້​ອັດ​ລົງ​ໃນ​ວັນ​ທີ 22/11 ຢູ່​ວັດ ບ້າຍດິ໋ງ, ​ແຂວງ​ນິງບິ່ງ.

        ກ່າວ​ຄຳ​ເຫັນ​ອັດກອງ​ປະຊຸມ, ທ່ານ​ຮ່ວາງ​ຕ໋ວນ​ແອ​ງ, ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອ​ງທ່ຽວຫວຽດນາມ ຢືນຢັນ​ວ່າ: ການ​ພັດທະນາ​ການທ່ອ​ງທ່ຽວ​ເວົ້າ​ລວມ ​ແລະ ການທ່ອງທ່ຽວ​ຈິດ​ວິນຍານ​ເວົ້າ​ສະ​ເພາະ ​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ຄວາມ​ເຈົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງບັນດາ​ປະຊາ​ຊາດ, ​ເປີດ​ກາລະ​ໂອກາດ​ຮ່ວມ​ມື ​ແລະ ລົງທຶນຫຼາຍ​ຢ່າງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ. ທ່ານ​ຮ່ວາງ​ຕ໋ວນ​ແອ​ງ, ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ ຫວຽດນາມກ່າວ​ວ່າ.

        “ການທ່ອງທ່ຽວ​ຈິດ​ວິນຍານ​ພັດທະນາ​ມີໜ້າ​ທີ່​ຮັບຜິດຊອບ ຈະ​ສ້າງ​ການ​ແຜ່​ລາມ, ມີຜົນ​ສະທ້ອນ​ອັນຕັ້ງໜ້າ​ເຖິງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບ​ໃຊ້, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນ​ຄ່າ​ວັດທະນະທຳ... ​ແຕ່​ວ່າ​ບັນດາ​ຜົນ​ປະ​ໂຫຍດດ້ານ​ເສດຖະກິດ, ສັງຄົມ​ອັນໃຫຍ່​ຫຼວງ​ຂອງ​ການທ່ອງທ່ຽວ​ຈິດ​ວິນຍານ ພຽງ​ແຕ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຖ້າ​ຫາກ​ປະຕິບັດ​ຕາມ​ກຳນົດ​ທິດ​ວາງ​ແຜນ, ຄຸ້ມ​ຄອງທີ່​ດີ ​ແລະ ການ​​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມ​ທ້ອງ​ຖິ່ນ​ເພື່ອ​ຮັບປະກັນ​ການທ່ອງທ່ຽວ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ມີໜ້າ​ທີ່​ຮັບ​ຜິດ​ຊອບ”.

        ກອງ​ປ​ະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ ນິງບິ່ງ ກ່ຽວ​ກັບ​ ການທ່ອງທ່ຽວ​ຈິດ​ວິນຍານ​ເພື່ອ​ການ​ພັດທະນາ​ຢ່າງ​ໝັ້ນຄົງ. ຖະ​ແຫຼ​ງການ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ເພີ່ມ​ທະວີ​ຂອບ​ເຂດນະ​ໂຍບາຍ, ຊຸກຍູ້​ການ​ຮ່ວມ​ມື​ປະຊາ​ຄົມ, ປັກ​ປັກ​ຮັກສາ ​ແລະ ອະນຸລັກ​ຮັກສາ​ບັນດາ​ຄຸນ​ຄ່າ​ທີ່​ເປັນ​ເປັນ​ມູນ​ເຊື້ອ...

ຂ່າວ/ບົດ​ອື່ນ