ອັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຄັ້ງ​ທີ 14

(VOVWORLD) -ກອງປະຊຸມສຳມະນາຄັ້ງນີ້ໄດ້ດຳເນີນໃນສະພາບການ ຂີດໝາຍ 40 ປີແຫ່ງວັນເຊັນສົນທິສັນຍາ UNCLOS ແລະ 20 ປີແຫ່ງວັນອາຊຽນ ແລະ ຈີນ ເຊັ່ນຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ.
ອັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຄັ້ງ​ທີ 14 - ảnh 1ພິທີອັດກອງປະຊຸມສຳມະນາສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 14 (ພາບ: TTXVN)

ໂດຍໄດ້ດຳເນີນໃນລະຫວ່າງວັນທີ 16 – 17 ພະຈິກ ປີ 2022, ກອງປະຊຸມສຳມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 14 ດ້ວຍຫົວຂໍ້ “ທະເລແຫ່ງສັນຕິພາບ - ຟື້ນຟູແບບຍືນຍົງ” ໂດຍສະຖາບັນການຕ່າງປະເທດ ຫວຽດນາມ ຈັດຂຶ້ນໄດ້ອັດລົງໃນຕອນບ່າຍວັນທີ 17 ພະຈິກ, ຢູ່ນະຄອນດ່ານັ້ງ. ດ້ວຍບົດປະກອບຄຳເຫັນ 40 ບົດ ແລະ ຄຳສະແດງຄວາມຄິດເຫັນຄຳຖາມ ກ່ວາ 160 ຄຳຖາມຂອງຜູ້ແທນ, ນັກບັນລະຍາຍ ກ່ວາ 500 ທ່ານ ຢູ່ກອງປະຊຸມ, ເຊິ່ງສະແດງໃຫ້ເຫັນວ່າ ທະເລຕາເວັນອອກ ໄດ້ຮັບຄວາມສົນໃຈລວມຂອງນັກຮຽນຮູ້, ນັກຄົ້ນຄ້ວາຫຼາຍຄົນທີ່ມາຈາກຫຼາຍປະເທດ. ບັນດາການແບ່ງປັນ, ຕີລາຄາມີລັກສະນະສະເພາະ, ພາວະວິໄສທີ່ສຸດ ແຕ່ວ່າທັງໝົດເຫຼົ່ານັ້ນ ລ້ວນແຕ່ມີທັດສະນະລວມແມ່ນປະກອບສ່ວນກໍ່ສ້າງເພື່ອທະເລຕາເວັນອອກ ສັນຕິພາບ, ຟື້ນຟູແບບຍືນຍົງ”. ກ່າວຄຳເຫັນທີ່ພີທີອັດ, ທ່ານ ປ.ອ ຟ້າມລານຢຸງ, ຜູ້ວ່າການຜູ້ອຳນວຍການສະຖາບັນການຕ່າງປະເທດ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

ພວກເຮົາໄດ້ປຶກສາຫາລືຫຼາຍສິ່ງທ້າທາຍແຕ່ກໍ່ຊອກຮູ້ບັນດາກາລະໂອກາດ ແລະ ວິທີການແຕກຕ່າງກັນເພື່ອຜ່ານຜ່າບັນດາສິ່ງທ້າທາຍດັ່ງກ່າວ. ພວກເຮົາມີຫວັງວ່າ ໂດຍເລີ່ມມາຈາກຄຳໝັ້ນສັນຍາ ຫຼື ຄວາມເຄົາລົບນິຍາມອຳນາດກົດໝາຍ, ການຮ່ວມມື ເຖິງວ່າຫຼາຍຝ່າຍ, ຢູ່ໜ້ານ້ຳ ແລະ ໃຕ້ນຳ ຫຼື ທ້ອງຟ້າ.

ກອງປະຊຸມສຳມະນາຄັ້ງນີ້ໄດ້ດຳເນີນໃນສະພາບການ ຂີດໝາຍ 40 ປີແຫ່ງວັນເຊັນສົນທິສັນຍາ UNCLOS ແລະ 20 ປີແຫ່ງວັນອາຊຽນ ແລະ ຈີນ ເຊັ່ນຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ. ເຖິງຢ່າງໃດກໍ່ຕາມ, ບັນດານັກຮຽນຮູ້ຖືວ່າ, ບັນດາສິ່ງທ້າທາຍໃໝ່ ສາມາດແກ້ໄຂໃນຂອບເຂດນິຕິກຳຂອງ UNCLOS ແລະ ບັນດາ ສັນຍາທີ່ປະຕິບັດໃນຂອບເຂດ UNCLOS. ບັນດາຄຳຕັດສິນຂອງສານ ກໍ່ປະກອບສ່ວນເຂົ້າໃນການເຮັດໃຫ້ ວິທີການອະທິບາຍ ແລະ ປະຕິບັດກົດໝາຍສາກົນຈະແຈ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ