ອັດການ​ເຄື່ອນ​ໄຫວ “ຊຸມ​ວັນ​ແຫ່ງວັດ​ທະ​ນະ​ທຳ ​ສ.ເກົາຫຼີ​ ຢູ່ ກ໋​ວາງ​ນາມ, ໂຮ້ຍ​ອານ 2021”

(VOVWORLD) -ດ້ວຍບັນດາການເຄື່ອນໄຫວຕົວຈິງເປັນຫຼາຍຮູບຫຼາຍແບບ, ຊອກຮູ້ກ່ຽວກັບວັດທະນະທຳ, ການທ່ອງທ່ຽວ, ອາຫານການກິນ ສ.ເກົາຫຼີ ການເຄື່ອນໄຫວໄດ້ສ້າງຄວາມປະທັບໃຈທີ່ດີງາມໃຫ້ແກ່ຊາວເມືອງໂຮ້ຍອານ ແລະ ແຂກທ່ອງທ່ຽວ.
ອັດການ​ເຄື່ອນ​ໄຫວ “ຊຸມ​ວັນ​ແຫ່ງວັດ​ທະ​ນະ​ທຳ ​ສ.ເກົາຫຼີ​ ຢູ່ ກ໋​ວາງ​ນາມ, ໂຮ້ຍ​ອານ 2021” - ảnh 1ລາຍການສະແດງສິລະປະ

ພາຍຫຼັງດຳເນີນມາເປັນເວລາ 3 ວັນ ດ້ວຍການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳຫຼາຍຢ່າງ, ຕອນຄ່ຳວັນທີ 11 ເມສາ, ຢູ່ນະຄອນ ໂຮ້ຍອານ, ເຫດການ “ຊຸມວັນແຫ່ງວັດທະນະທຳ ສ.ເກົາຫຼີ ຢູ່ ກ໋ວາງນາມ, ໂຮ້ຍອານ 2021” ໂດຍ ຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ, ສະຖານທູດ ສ.ເກົາຫຼີ, ສູນວັດທະນະທຳ ສ.ເກົາຫຼີ ປະຈຳ ຫວຽດນາມ ສົມທົບກັນຈັດຂຶ້ນໄດ້ອັດລົງ.

ດ້ວຍບັນດາການເຄື່ອນໄຫວຕົວຈິງເປັນຫຼາຍຮູບຫຼາຍແບບ, ຊອກຮູ້ກ່ຽວກັບວັດທະນະທຳ, ການທ່ອງທ່ຽວ, ອາຫານການກິນ ສ.ເກົາຫຼີ ການເຄື່ອນໄຫວໄດ້ສ້າງຄວາມປະທັບໃຈທີ່ດີງາມໃຫ້ແກ່ຊາວເມືອງໂຮ້ຍອານ ແລະ ແຂກທ່ອງທ່ຽວ. ພາຍຫຼັງການຈັດຕັ້ງສຳເລັດຜົນມາເປັນເວລາ 2 ຄັ້ງ ເມື່ອປີ 2017 ແລະ 2019, ເຫດການນີ້ ໄດ້ກາຍເປັນຈຸດນັດພົບດ້ານວັດທະນະທຳຂອງ ປະຊາຊົນ ແລະ ແຂກທ່ອງທ່ຽວ. ທ່ານເຈິ່ນວັນເຕິນ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ກ໋ວາງນາມ ໃຫ້ຮູ້ວ່າ:

        ໃນໄລຍະຈະມາເຖິງ, ແຂວງກ໋ວາງນາມ ມີແຜນນະໂຍບາຍ ຂໍລັດຖະບານ ອະນຸຍາດໃຫ້ຮັບແຂກທ່ອງທ່ຽວສາກົນ ໄປຍັງ ແຂວງກ໋ວາງນາມ ສຳລັບແຂກທ່ອງທ່ຽວທີ່ມີ ໜັງສືຜ່ານແດນວັນຊິນ ໂດຍມີຜົນກວດຫາເຊື້ອໄວຣັດ SARS CoV 2 ເປັນລົບ. ນຳແຂກທ່ອງທ່ຽວເຂົ້າບັນດາເຂດທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ