ອັດງານ Festival ສິນໃນນ້ຳຫວຽດນາມ ປີ 2014

ອັດງານ  Festival ສິນໃນນ້ຳຫວຽດນາມ ປີ 2014 - ảnh 1
Festival ສິນ​ໃນນ້ຳຫວຽດນາມ ປີ 2014
(ພາບ: dantri.com.vn)


(vovworld) - ຕອນ​ຄໍ່​າວັນ​ທີ 02/04, ຢູ່​ນະຄອນ​ຕຸຍ​ຮ່ວາ, ​ແຂວງ ຟຸ໋ອຽນ, Festival ສິນ​ໃນນ້ຳຫວຽດນາມ ປີ 2014 ດ້ວຍ​ຫົວ​ຂໍ້ “ສິນ​ໃນ​ນ້ຳ​ຫວຽດນາມ ​ເຊື່ອມ​ໂຍງ ​ແລະ ພັດທະນາ” ​ໄດ້​ອັດ​ລົງພາຍຫຼັງ​ດຳ​ເນີນ​ຢ່າງ​ຟົດ​ຟື້ນເປັນ​ເວລາ 7 ວັນ. Festival ແມ່ນ​​ເຫດການ​ເສດ​ຖະກິດ​-ວັດທະນະທຳ​ສິລະ​ປະທີ່ເຂັ້ມ​ຂົນ​ໄປ​ດ້ວຍ​ສີສັນ​ເຂດ​ທະ​ເລ​ຫວຽດນາມ, ​ແມ່ນ​ຂົວ​ເຊື່ອມ​ຕໍ່ກັບ​ຊາວ​ປະມົງ​ໃນທົ່ວ​ປະ​ເທດ.

        ທີ່​ງານ Festival, ບັນດາ​ນະ​ໂຍບາຍພັດທະນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ຫວຽດນາມ ​ແລະ ໜູນ​ຊ່ວຍ​ຊາວ​ປະມົງ ກໍ່​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​, ຊອກ​ຮູ້ຈາກ​ຜູ້​ຊ່ຽວຊານຄື: ການສົ່ງ​ເສີມ​ການ​ຄ້າເພື່ອ​ແນ​​ໃສ່​ພັດທະນາ​ຂະ​ແໜງ​ສິນ​ໃນ​ນ້ຳເຂດ​ແຄມ​ທະ​ເລ​ທາງພາກ​ກາງ​ຫວຽດນາມ ​ຢ່າງ​ໝັ້ນຄົງ​; ຈັດ​ຕັ້ງ​ການ​ຜະລິດ​ປາທູ​ນາຕາມບັນດາ​ຄຸນຄ່າ; ຍຸດ​ທະ​ສາດ​ພັດທະນາ​ສິນ​ໃນ​ນ້ຳຫວຽດນາມ ຮອດ​ປີ 2020 ​ແລະ ຜັນ​ຂະຫຍາຍ​ແຜນ​ຮ່າງສ້າງໂຄງ​ປະກອບ​ຂະ​ແໜງ​ສິນ​ໃນ​ນ້ຳ​ຄືນ​ໃໝ່. ທ່ານ ​ເລ​ວັນ​ຈຸ໋ກ, ຮອງ​ປະທານ​ປະຈຳການຄະນະ​ກຳມະການ​ປະຊາຊົນ​ແຂວງ ຟຸ໋ອຽນ ຕີ​ລາຄາ​ວ່າ.

        “ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ໄປ​ຢ່າງ​ສະດວກ​ສະບາຍ, ພິ​ເສດ​ແມ່ນ​ການຈັດ​ຕັ້ງບັນດາ​ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ​​ເວທີ​ປາ​ໄສຕິດ​ພັນ​ກັບ​ວັດທະນະທຳ​ສິລະ​ປະ, ສ້າງ​ຄວາມ​ຫັນປ່ຽນ​ດ້ານຄວາມ​ຮູ້​ໃຫ້​​ແກ່​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ປະມົງ. ຜ່ານ​ນັ້ນ, ມີ​ສຽງ​ເວົ້າ​ລວມກ່ຽວ​ກັບ​ນະ​ໂຍບາຍ, ກົນ​ໄກລະຫວ່າງ​ບັນດາ​ແຂວງ​ທີ່​ມີ​ທະ​ເລ ​ເພື່ອ​ພ້ອມ​ກັນ​ຂຸດ​ຄົ້ນທ່າ​ແຮງ.”

ຂ່າວ/ບົດ​ອື່ນ