ອັດ​ງານ​ຕະຫຼາດ​ນັດ​ ຈີນ - ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ດຳ​ເນີນ​ທຸ​ລະ​ກິດ - ການ​ລົງ​ທຶນ ຈີນ - ອາ​ຊຽນ ​ຄັ້ງ​ທີ 18

(VOVWORLD) -ຜ່ານງານຕະຫຼາດນັດ ແລະ ກອງປະຊຸມຄັ້ງນີ້, ຈີນ ແລະ ບັນດາປະເທດ ອາຊຽນ ມີຫຼາຍກາລະໂອກາດຮ່ວມມືຕື່ມອີກໃນບັນດາຂົງເຂດຄືການຜະລິດ, ກະສິກຳ, ພື້ນຖານໂຄງລ່າງ, ເຕັກໂນໂລຢີ, ເສດຖະກິດີຈີຕອນ, ເສດຖະກິດຂຽວ..
ອັດ​ງານ​ຕະຫຼາດ​ນັດ​ ຈີນ - ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ດຳ​ເນີນ​ທຸ​ລະ​ກິດ - ການ​ລົງ​ທຶນ ຈີນ - ອາ​ຊຽນ ​ຄັ້ງ​ທີ 18 - ảnh 1ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ 

ວັນທີ 13 ກັນຍາ, ງານຕະຫຼາດນັດວາງສະແດງ ຈີນ - ອາຊຽນ ແລະ ກອງປະຊຸມສຸດຍອດດຳເນີນທຸລະກິດ ແລະ ການລົງທຶນ ຈີນ - ອາຊຽນຄັ້ງທີ 18 ໄດ້ອັດລົງດ້ວຍຫຼາຍໝາກຜົນທີ່ສຳຄັນ. ສອງເຫດການໄດ້ຈັດຕັ້ງໃນລະຫວ່າງວັນທີ 10 – 13 ກັນຍາ ດ້ວຍ 26 ເວທີປາໄສຂັ້ນສູງ ແລະ 148 ການເຄື່ອນໄຫວສົ່ງເສີມການຄ້າ ພາຍໃຕ້ຮູບແບບໂດຍກົງ ແລະ ທາງໄກ. ຜ່ານງານຕະຫຼາດນັດ ແລະ ກອງປະຊຸມຄັ້ງນີ້, ຈີນ ແລະ ບັນດາປະເທດ ອາຊຽນ ມີຫຼາຍກາລະໂອກາດຮ່ວມມືຕື່ມອີກໃນບັນດາຂົງເຂດຄືການຜະລິດ, ກະສິກຳ, ພື້ນຖານໂຄງລ່າງ, ເຕັກໂນໂລຢີ, ເສດຖະກິດີຈີຕອນ, ເສດຖະກິດຂຽວ... ກໍ່ຄືກາລະໂອກາດພ້ອມກັນສ້າງປະຊາຄົມ ຈີນ - ອາຊຽນທີ່ມີການຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ. ໃນຂອບເຂດກອງປະຊຸມສຸດຍອດດຳເນີນທຸລະກິດ ແລະ ລົງທຶນ ຈີນ - ອາຊຽນ, ສູນການບໍລິການສະຫະພັນການຂົນສົ່ງດ້ວຍຫຼາຍຮູບແບບ ຈີນ - ອາຊຽນ ໄດ້ຮັບການເປີດຕົວຢ່າງເປັນທາງການເພື່ອແນໃສ່ຊຸກຍູ້ບັນດາກາລະໂອກາດພົວພັນການຄ້າລະຫວ່າງສອງຝ່າຍບົນບັນດາເສັ້ນທາງທາງບົກ ແລະ ທາງທະເລໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ