ອັດ​ງານ​ບຸນ​ແມ່​ນ້ຳ​ລຳ​ເຊ ນະ​ຄອ​ນ ໂຮ່​ຈີ​ມິນ

(VOVWORLD) -    ຕອນຄ່ຳວັນທີ 9 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ງານບຸນແມ່ນ້ຳລຳເຊນະຄອນ ໂຮ່ຈີິມິນ ຄັ້ງທີ 2 ປີ 2024 ໄດ້ອັດລົງຢ່າງເປັນທາງການ ດ້ວຍລາຍການສະແດງ ໂດຣນ ສິລະປະ ແລະ ການສະແດງບັນດາກິດຈະກຳກິລາຢູ່ໜ້ານ້ຳ. ເຫດການດັ່ງກ່າວໄດ້ດຶງດູດປະຊາຊົນນັບພັນຄົນເຂົ້າຮ່ວມ.
ອັດ​ງານ​ບຸນ​ແມ່​ນ້ຳ​ລຳ​ເຊ ນະ​ຄອ​ນ ໂຮ່​ຈີ​ມິນ - ảnh 1ການເຄື່ອນໄຫວສະແດງ ໂດຣນ ຢູ່ທ້ອງຟ້າ ດຶງດູດການຮັບຊົມຂອງແຂກທ່ອງທ່ຽວເປັນຈຳນວນຫຼາຍ (ພາບ: ພະແນກວວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ໂຮ່ຈີມິນ)

ດ້ວຍຫົວຂໍ້ “ນະຄອນ ໂຮ່ຈີມິນ - ຍິບຍັບກັບສາຍນ້ຳ”, ມີເຄື່ອງງບິນບໍ່ມີຄົນຂັບ 1.100 ເຄື່ອງ ໄດ້ສ້າງເປັນຮູບພາບຫຼາກຫຼາຍສີສັນ ແລະ ເຕັມໄປດ້ວຍຄວາມໝາຍຢູ່ທ້ອງຟ້າ, ເຊັ່ນ: ພາບຕະຫຼາດ ເບັ໊ນແທ່ງ, ພາບຖ້ຽວກ່ຳປັ່ນປະຫວັດສາດ ທີ່ເຄີຍໄປ-ມາໃນແມ່ນ້ຳ ໄຊງ່ອນ. ນອກຈາກການເຄື່ອນໄຫວສະແດງ ໂດຣນ ຢູ່ທ້ອງຟ້າແລ້ວ, ປະຊາຊົນຍັງໄດ້ຮັບຊົມບັນດາລາຍການສະແດງມໍເຕີໄຊນ້ຳ, ວິນເຊີບ,… ມາຫຼີ້ນບຸນຄັ້ງນີ້, ອ້າຍ ຫງວຽນຈູງຮ໋ຽວ, ປະຊາຊົນນະຄອນ ໂຮ່ຈີມິນ ໄດ້ກ່າວຄວາມຮູ້ສຶກສູ່ຟັງວ່າ:

        “ນີ້ແມ່ນຄັ້ງທຳອິດທີ່ຄອບຄົວຂ້າພະເຈົ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງງານບຸນ, ລູກຂອງຂ້າພະເຈົ້າກໍມັກຫຼາຍ. ບັນດາການເຄື່ອນໄຫວຢູ່ທີ່ນີ້ແມ່ນທັນສະໄໝ ແລະ ມ່ວນຫຼາຍ, ເຊິ່ງເປັນຜະລິດຕະພັນໃໝ່ໃຫ້ແກ່ການທ່ອງທ່ຽວຂອງນະຄອນ. ປີນີ້, ຖ້ານະຄອນ ໂຮ່ຈີມິນ ສືບຕໍ່ຈັດງານບຸນນີ້ຂຶ້ນ, ຂ້າພະເຈົ້າເຊື່ອວ່າ ມັນອາດຈະໃຫຍ່ກວ່ານີ້ປີນີ້ອີກ.”

        ໂດຍຈັດຂຶ້ນເປັນເວລາ 10 ວັນ, ງານບຸນແມ່ນ້ຳລຳເຊນະຄອນ ໂຮ່ຈີມິນ ປີ 2024 ໄດ້ດຳເນີນໄປຢ່າງຄຶກຄື້ນດ້ວຍເກືອບ 20 ກິດຈະກຳ ນັບທັງດ້ານວັດທະນະທຳ, ສິລະປະ, ເສດຖະກິດ ແລະ ກິລາ.

ຕອບກັບ

ຂ່າວ/ບົດ​ອື່ນ