ອັດງານບຸນໂຍ່ນໝາກ ຄອນສາມປະເທດ ຫວຽດນາມ-ລາວ-ຈີນ

ອັດງານບຸນໂຍ່ນໝາກ ຄອນສາມປະເທດ ຫວຽດນາມ-ລາວ-ຈີນ - ảnh 1
(ພາບ: citinews.net)

(vovworld)-​​​​ ​ ​ ຕອນ​ບ່າຍວັນ​ທີ 27/10,  ງານ​ບຸນ​​ໂຍ່ນໝາກ​ຄອນ​ສາມ​ປະ​ເທດ​ຫວຽດນາມ-​ລາວ-​ຈີນ ຄັ້ງທີ 3 ​ໄດ້​ອັດ​ລົງ​ຢ່າງ​ຈົບງາມ, ຊື່​ງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ຫຼາຍ​ຢ່າງ​​ໃຫ້​ແກ່​ຜູ້​ແທນ, ນັກ​ກິລາ, ນັກສະ​ແດງ​ກໍ່​ຄື ປຊຊ ບັນດາ​ເຜົ່າ​ພາຍ​ໃນ ​ແລະ ນອກ​ແຂວງ​ດ້ຽນບຽນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

  ງານ​ບຸນ​ປີ​ນີ້ໄດ້​ດຳ​ເນີນ​ໄປ​​ແຕ່​ວັນ​ທີ 24-27/10 ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ກິລາກາ​ຍະ​ກຳ, ສິລະ​ປະ, ອາຫານ​ການ​ກິນ ທີ່​ເຂັ້ມຂົ້ນ​ໄປ​ດ້ວຍສີສັນ​ວັດທະນະທຳ​ພິ​ເສດສະ​ເພາະ​ຂອງ ປຊຊ ບັນດາ​ເຜົ່າ​. ຄະນະ​ນັກ​ກິລາ, ນັກກສະ​ແດງ​ນະຄອນ​ດ້ຽນບຽນ​ຝູ ຢືນ​ອັນ​ດັບ​ທີ 1 ດ້ວຍ ​ລາງວັນ​ທີ 1, ທີ 2 ​ຫຼາຍລາງວັນ​ໃຫ້​ແກ່​ໝູ່​ຄະນະ ​ແລະ ສ່ວນບຸກຄົນ​. ບັນດາ​ຄະນະນັກ​ກິລາ​ເມືອງ​ດ້ຽນບຽນ (​ແຂວງ​ດ້ຽນບຽນ), ​​ແຂວງ​ລາຍ​ເຈົາ, ​ແຂວງ​ຢູນໜານ-ປະ​ເທດ​ຈີນ, ​ເມືອງ​ຍອດ​ອູ (​ແຂວງ​ຜົ້ງສາລີ ປະ​ເທດ​ລາວ)……ກໍ່​ໄດ້ຮັບ​ລາງວັນ​​ໃນການ​ແຂ່ງຂັນ​ກິລາຊົນ​ເຜົ່າ​ປະ​ເພດຕ່າງໆ…./.

 

ຂ່າວ/ບົດ​ອື່ນ