ອົດຕະລິດຈະເນລະເທດຊາວອົບພະຍົບ50.000ຄົນໄລຍະ2016-2019

ອົດຕະລິດຈະເນລະເທດຊາວອົບພະຍົບ50.000ຄົນໄລຍະ2016-2019 - ảnh 1
ຊາວ​ອົບ​ພະ​ຍົບຂ້າມ​ຊາຍ​ແດນ ອົດ​ຕະ​ລິດ- Slovenia
ພາບປະ​ກອບ:TTXVN
(vovworld)-ລັດ​ຖະ​ບານ​ປະ​ເທດນີ້​ຄາດ​ວ່າ​ຈະ​ຍູ້​ແຮງ​ການ​ເນ​ລະ​ເທດ​ບັນ​ດາ​ຜູ້​ທີ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຫລີ້​ໄພ.ຕາມນັ້ນ​ແລ້ວ ແຕ່​ປີ 2016-2019, ແຕ່​ລະ​ປີ ອົດ​ຕະ​ລິດ ຈະ​ເນ​ລະ​ເທດ 12.500 ຄົນ. ປີ 2015, ອົດ​ຕະ​ລິດ ໄດ້​ເນ​ລະ​ເທດ​ຊາວ​ອົບ​ພະ​ຍົບ 8.365 ຄົນ ແລະ ພວມ​ຜັນ​ຂະ​ຫຍາຍ​ຫລາຍ​ມາດ​ຕະ​ການ​ເພື່ອ​ບັນ​ລຸ​ຄາດ​ໝາຍ​ທີ່​ວາງ​ອອກ. ອົດ​ຕະ​ລິດ ກໍ​ເພີ່ມ​ທະ​ວີ​ຫລາຍ​ຖ້ຽວ​ບິນ ເພື່ອ​ສົ່ງ​ຊາວ​ອົບ​ພະ​ຍົບ​ຖືກ​ເນ​ລະ​ເທດ​ກັບ​ຄືນ​ເມືອ​ປະ​ເທດ. ສຳ​ລັບ​ຊາວ​ອົບ​ພະ​ຍົບ​ບໍ່​ທັນ​ຂໍ​ຫລີ້​ໄພ​ໄດ້ ຖ້າ​ຫາກ​ຕົກ​ລົງ​ອອກ​ຈາກ ອົດ​ຕະ​ລິດ, ລັດ​ຖະ​ບານ​ຈະ​ຫນູນ​ຊ່ວຍ​ເງິນ​ສົດ​ໃຫ້​ເຂົາ​ເຈົ້າ​ຜູ້​ລະ 500 ເອີ​ໂຣ. ນອກນັ້ນ ອົດ​ຕະ​ລິດ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ສື່​ສານ​ກ່ຽວ​ກັບ​ຂໍ້​ກຳ​ນົດ​ຊາວ​ອົບ​ພະ​ຍົບ ແລະ ຫລີ້​ໄພ ຂອງ​ເອີ​ລົບ.
ຂ່າວ/ບົດ​ອື່ນ