ອັດຕາໄພເງິນເຟີ້ໃນປີ 2019 ມີຄວາມສ່ຽງເພີ່ມຂຶ້ນສູງ

(VOVWORLD) - ບັນດານັກຊ່ຽວຊານດ້ານເສດຖະກິດພິນິດໃສວ່າ: ປີ 2019 ອັດຕາໄພເງິນເຟີ້ມີຄວາມສ່ຽງເພີ່ມຂຶ້ນສູງ. 

ນີ້ແມ່ນຂໍ້ມູນຂ່າວໄດ້ຍົກອອກມາທີ່ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ການຜັນແປຕະຫລາດລາຄາຢູ່ ຫວຽດນາມ ປີ 2018 ແລະ ຄາດຄະເນປີ 2019”. ກອງປະຊຸມສຳມະນາໂດຍສະຖາບັນການເງິນຈັດຕັ້ງໃນຕອນເຊົ້າວັນທີ 03 ມັງກອນ ຢູ່ ຮ່າໂນ້ຍ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ: ດັດຊະນີເງິນເຟີ້ປີ 2018 ບັນລຸຄາດໝາຍຂອງສະພາແຫ່ງຊາດໄດ້ວາງອອກແມ່ນຢູ່ໃນລະດັບຕ່ຳກ່ວາ 4% ແລະ ເປັນປົກປະຕິຢູ່ໃນລະດັບຕ່ຳ. ວຽກງານຄຸ້ມຄອງ, ບໍລິຫານລາຄາໄດ້ຮັບປະກັນລັກສະນະເປີດເຜີຍ, ໂປ່ງໃສ, ເອົາໃຈໃສ່ຍູ້ແຮງວຽກງານສັງລວມ, ໄຈ້ແຍກລາຄາທັງຕະຫລາດ. ເລື່ອງສ້າງແຜນການບໍລິຫານລາຄາແມ່ນເຮັດໃຫ້ລະອຽດເໝາະສົມກັບແຕ່ລະຈຸດເວລາ, ແຕ່ລະໄລຍະ.

ຕອບກັບ

ຂ່າວ/ບົດ​ອື່ນ