ອັດວັນບຸນວັດທະນະທຳ,ກິລາແລະທ່ອງທ່ຽວຊາວເຜົ່າຈຳທົ່ວປະເທດຄັ້ງທີ4

ອັດວັນບຸນວັດທະນະທຳ,ກິລາແລະທ່ອງທ່ຽວຊາວເຜົ່າຈຳທົ່ວປະເທດຄັ້ງທີ4 - ảnh 1
ພາບປະກອບ

(vovworld) – ພາຍຫຼັງ​ດຳ​ເນີນ​ເປັນ​ເວລາ 3 ວັນ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວທີ່​ອຸດົມສົມບູນ, ຫຼາ​ຍຮູ​ຍຫຼາຍ​ແບບ ​ແລະ ​ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຊົນ​ເຜ່ົາ, ຕອນ​ຄ່ຳ​ວັນ​ທີ 17/7, ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຊາວ​ເຜົ່າ ຈຳ ຄັ້ງ​ທີ 4 ຢູ່​ແຂວງ ອານ​ຢາງ ຖືກ​ອັດ​ລົງ. ພ້ອມ​ກັບ​ບັນດາ​ເຫດການ​ຕ່າງໆ​ຄື: ງານ​ວາງສະ​ແດງ​ຮູບ​ພາບ, ​ແນະນຳ​ໝູ່​ບ້າ​ນອາຊີບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຜົ່າ​ຈຳ… ບັນ​ດາ​ນັກ​ສິລະ​ປະການ, ນັກ​ສິລະ​ປະ​ອາຊີບ ​ແລະ ສະໝັກ​ຫຼິ້ນຂອງ 11 ​ແຂວງ, ນະຄອນ ​ໄດ້​ແນະນຳບັນດາ​ລາຍການ​ຟ້ອນ​ລຳ​ທຳ​ເພງສະ​ແດງ​ຊຸດ​ອາພອນ, ​ເຄື່ອງ​ດົນຕີ​ທີ່​​ເປັນມູນ​ເຊື້ອ​ທີ່​ເປັນ​ເອກະລັກ​ສະ​ເພາະ, ສ້າງ​ຄວາມ​ດຶງດູດ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ຈຳ​ຢູ່​ເຂດ​ລະ​ເຂດພາກ. ຕາມ​ຄະນະ​ຈັດ​ຕັ້ງແລ້ວ, ​ໃນ​ວັນ​ບຸນ​ນີ້, ບັນດາ​ຄະນະ​ສິລະ​ປະ, ນັກ​ສີ​ລະ​ປິນ ​ໄດ້​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດທັງ​ດ້ານ​ເນື້ອ​ໃນ​ກໍ່​ຄື​ຮູບ​ແບບ​ການສະ​ແດງ. ຄະນະ​ຈັດ​ຕັ້ງ​ໄດ້​ມອບລາງວັນ A 34 ລາງວັນ, ລາງວັນ​ B 19 ລາງວັນ ​ແລະ ລາງວັນ C 17 ລາງວັນ​​ໃຫ້​ບັນດາ​ລາຍການ​ສະ​ແດງ ທີ່​ດີ​ເດັ່ນພ້ອມ​ກັບ 2 ລາງວັນຊົມ​ເຊີຍ​ສຳລັບ​ນັກ​ສິລະ​ປິ​ນມີ​ອາຍຸ​ສູງ​ສຸດ ​ແລະ ນັກ​ສິລະ​ປິນ ອາຍຸ​ຕ່ຳ​ສຸດ.

 


ຂ່າວ/ບົດ​ອື່ນ