ອັດ​ວັນບຸນ​ວັດ​ທະ​ນະ​ທຳ​ບັນ​ດາ​ຊົນ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍກວ່າ 10.000 ຄົນ

(VOVWORLD) - ຕອນບ່າຍວັນທີ 5 ພະຈິກ, ຢູ່ແຂວງ ລາຍເຈົາ ໄດ້ດຳເນີນພິທີອັດວັນບຸນວັດທະນະທຳບັນດາຊົນເຜົ່າທີ່ມີປະຊາກອນຕ່ຳກວ່າ 10.000 ຄົນ ຄັ້ງທີ 1 ແລະ ສັບປະດາການທ່ອງທ່ຽວ - ວັດທະນະທຳ ລາຍເຈົາ ປີ 2023.
ອັດ​ວັນບຸນ​ວັດ​ທະ​ນະ​ທຳ​ບັນ​ດາ​ຊົນ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍກວ່າ 10.000 ຄົນ - ảnh 1ທ່ານ ໂຕງແທັງຫາຍ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ລາຍເຈົາ ກ່າວຄຳເຫັນທີ່ພິທີອັດວັນບຸນ (ພາບ: TTXVN)

ພາຍຫຼັງດຳເນີນກິດຈະກຳທີ່ຫຼາກຫຼາຍ ແລະ ດຶງດູດໃຈມາເປັນເວລາ 3 ວັນ, ຕອນບ່າຍວັນທີ 5 ພະຈິກ, ຢູ່ແຂວງ ລາຍເຈົາ ໄດ້ດຳເນີນພິທີອັດວັນບຸນວັດທະນະທຳບັນດາຊົນເຜົ່າທີ່ມີປະຊາກອນຕ່ຳກວ່າ 10.000 ຄົນ ຄັ້ງທີ 1 ແລະ ສັບປະດາການທ່ອງທ່ຽວ - ວັດທະນະທຳ ລາຍເຈົາ ປີ 2023.

ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍ ແລະ ແຜ່ຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງບັນດາຊົນເຜົ່າທີ່ມີປະຊາກອນໜ້ອຍ”, ວັນບຸນ ໄດ້ປະກອບສ່ວນເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ,  ເຊີດຊູ, ເສີມຂະຫຍາຍບັນດາຄຸນຄ່າ, ສີສັນວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງ 54 ຊົນເຜົ່າ ຫວຽດນາມ ເວົ້າລວມ.

ທີ່ພິທີອັດ, ການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ລາຍເຈົາ ໄດ້ມອບທຸງເຈົ້າພາບຈັດວັນບຸນວັດທະນະທຳບັນດາຊົນເຜົ່າທີ່ມີປະຊາກອນຕ່ຳກວ່າ 10.000 ຄົນ ຄັ້ງທີ 2 ປີ 2028 ໃຫ້ແກ່ການນຳພະແນກວັດທະນະທຳ, ກິລາ  ແລະ ທ່ອງທ່ຽວ ແຂວງ ລາວກາຍ.

ຕອບກັບ

ຂ່າວ/ບົດ​ອື່ນ