ອິດສຣາແອນ ປະຕິບັດວິວັດການສ້າງຕັ້ງລັດຖະບານພັດທະມິດສຳເລັດຜົນ

ອິດສຣາແອນ ປະຕິບັດວິວັດການສ້າງຕັ້ງລັດຖະບານພັດທະມິດສຳເລັດຜົນ - ảnh 1
ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netanyahu ​
(ພາບ: AFP/TTXVN)


​(vovworld) – ກ່ອນເວລາ​ກຳນົດ​ສຸດ​ທ້າຍ​ພຽງ 2 – 3 ​ຊົ່ວໂມງ​, ໃນຕອນ​ຄໍ່າ​ວັນ​ທີ 06/05, ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netanyahu ​ບັນລຸ​ໄດ້​ຂໍ້ຕົກລົງຮ່ວມ​ສຳພັນ​ກັບ​ຄູ່​ຮ່ວມ​ມືທີ 4 ​ແມ່ນ​ພັກ​ຂວາ​ຈັດ​ເຮືອນຊາວ​ຢິວ (JH) ຂອງ​ທ່ານ Naftali Bennett, ອັນ​ໄດ້ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອ​ສ້າງ​ຕັ້ງ​ພັນ​ທະມິດ ພາຍຫຼັງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນີ້ ​ເຊິ່ງຖືກດຳ​ເນີນ​ໄປ​​ເມື່ອວັນ​ທີ 17/03 ຜ່ານ​ມາ. ທ່ານ​ນາຍົກລັດຖະມົນຕີ Netanyahu ​ໄດ້​ລາຍ​ງານ​ກັບ​ທ່ານ​ປະທານາທິບໍດີ Reuven Rivlin ກ່ຽວ​ກັບ​ໝາກຜົນ​ການ​ເຈ​ລະ​ຈາຢ່າງ​ເປັນ​ທາງ​ການ. ຕາມ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້, ການ​ນຳ​ພັກ JH, ທ່ານ Naftali Bennett ຈະ​ດຳ​ລົງ​ຕຳ​ແໜ່​ງ​ເປັນລັດຖະມົນຕີ​ວ່າ​ການ​ກະຊວງ​ສຶກສາ, ທ່ານສະມາຊິກ​ສະພາ​ແຫ່ງ​ຊາດ Uri Ariel ດຳ​ລົງ​ຕຳ​ແໜ່​ງ​ເປັນລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ທ່ານສະມາຊິກ​ສະພາ​ແຫ່ງ​ຊາດ Ayelet Shked ດຳ​ລົງຕຳ​ແໜ່​ງ​ເປັນລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ສັງ​​ກັດ​ພັກ​ນີ້.

ຂ່າວ/ບົດ​ອື່ນ