ອົດ​ສະ​ຕາ​ລີ ປະ​ກາດ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ທີ່​ມີ​ມູນ​ຄ່າ 25 ລ້ານ AUD ເພື່ອ​ແກ້​ໄຂ​ໄພ​ອຶດ​ຫິວ​ທົ່ວ​ໂລກ

(VOVWORLD) -ລັດຖະບານ ອົດສະຕາລີ ໄດ້ປະກາດບ້ວງງົບປະມານ 25 ລ້ານ AUD ຊ່ວຍເຫຼືອດ່ວນເພື່ອຮັບມືກັບສະພາບການຂາດແຄນສະບຽງອາຫານ ແລະ ວິກິດການມະນຸດສະທຳພວມເພີ່ມຂຶ້ນໃນທົ່ວໂລກ.
ອົດ​ສະ​ຕາ​ລີ ປະ​ກາດ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ທີ່​ມີ​ມູນ​ຄ່າ 25 ລ້ານ AUD ເພື່ອ​ແກ້​ໄຂ​ໄພ​ອຶດ​ຫິວ​ທົ່ວ​ໂລກ - ảnh 1ທ່ານນາງ ລັດຖະມົນຕີການຕ່າງປະເທດ Penny Wong ຢັ້ງຢືນວ່າ ອົດສະຕາລີ ຍາມໃດກໍມີຄວາມຮັບຜິດຊອບໃນການແກ້ໄຂໄພອຶດຫິວໃນໂລກ (ພາບ: ກະຊວງການຕ່າງປະເທດ ອົດສະຕາລີ)

ວັນທີ 11 ກຸມພາ, ລັດຖະບານ ອົດສະຕາລີ ໄດ້ປະກາດບ້ວງງົບປະມານ 25 ລ້ານ AUD ຊ່ວຍເຫຼືອດ່ວນເພື່ອຮັບມືກັບສະພາບການຂາດແຄນສະບຽງອາຫານ ແລະ ວິກິດການມະນຸດສະທຳພວມເພີ່ມຂຶ້ນໃນທົ່ວໂລກ.

        ໃນນັ້ນ, ອົດສະຕາລີ ໄດ້ຈັດແບ່ງ 15 ລ້ານ AUD ເພື່ອຊ່ວຍເຫຼືອເຂດຕາເວັນອອກສ່ຽງເຫນືອ ອາຟະລິກາ, 5 ລ້ານ AUD ຊ່ວຍເຫຼືອ ເຢແມນ ແລະ 5 ລ້ານ AUD ໃຫ້ແກ່ ປາກິດສະຖານ. ບັນດາບ້ວງເງິນຊ່ວຍເຫຼືອມະນຸດສະທຳນີ້ ແມ່ນເພື່ອຮັບໃຊ້ແກ່ການສະໜອງສະບຽງອາຫານ, ນ້ຳສະອາດ ແລະ ເຄື່ອງຂອງທີ່ຈຳເປັນອື່ນ, ຜ່ານບັນດາອົງການບໍ່ຂຶ້ນກັບລັດຖະບານຂອງ ອົດສະຕາລີ ແລະ ທ້ອງຖິ່ນຕ່າງໆ, ຄະນະກໍາມະການສະພາກາແດງສາກົນ ແລະ ບັນດາຄູ່ຮ່ວມມືຂອງ ສປຊ. ອົດສະຕາລີ ປາດຖະໜາວ່າ ບ້ວງເງິນຊ່ວຍເຫຼືອນີ້ ຈະປະກອບສ່ວນໃດສ່ວນໜຶ່ງເຂົ້າໃນການກູ້ເອົາຊີວິດຂອງປະຊາຊົນນັບລ້ານຄົນຢູ່ເຂດປະເຊີນໜ້າກັບໄພອຶດຫິວ, ພິເສດແມ່ນແມ່ຍິງ ແລະ ເດັກຍິງ.

ທຽນແທງ ນັກຂ່າວ VOV ປະຈຳ ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ