ອົດສະຕາລີ ໃຫ້ຄຳໝັ້ນສັນຍາອຸປະຖຳຈຳນວນເງິນ 630 ລ້ານ USD ໃຫ້ແກ່ພາກພື້ນມະຫາສະໝຸດປາຊີຟິກ

(VOVWORLD) -ບ້ວງເງິນ “ໜູນຊ່ວຍດັ່ງກ່າວ ຈະໄດ້ນຳໃຊ້ຊ່ວຍບັນດາຄູ່ຮ່ວມມືໃນພາກພື້ນເພີ່ມທະວີຄວາມສາມາດຟື້ນຟູເສດຖະກິດ, ພັດທະນາພື້ນຖານໂຄງລ່າງ, ຮາກຖານສຳຄັນ

        ວັນທີ 21 ຕຸລາ, ລັດຖະບານ ອົດສະຕາລີ ໄດ້ແຈ້ງໃຫ້ຊາບວ່າ ຈະໜູນຊ່ວຍຈຳນວນເງິນ 900 ລ້ານໂດລາອົດສະຕາລີ (630 ລ້ານ USD) ໃນຮອບເວລາ 4 ປີຈະມາເຖິງໃຫ້ແກ່ພາກພື້ນມະຫາສະໝຸດປາຊີຟິກ, ໃນນັ້ນ, ເກືອບ 140 ລ້ານໂດລາອົດສະຕາລີ ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງ.

        ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ໃຫ້ຮູ້ວ່າ ບ້ວງເງິນ “ໜູນຊ່ວຍດັ່ງກ່າວ ຈະໄດ້ນຳໃຊ້ຊ່ວຍບັນດາຄູ່ຮ່ວມມືໃນພາກພື້ນເພີ່ມທະວີຄວາມສາມາດຟື້ນຟູເສດຖະກິດ, ພັດທະນາພື້ນຖານໂຄງລ່າງ, ຮາກຖານສຳຄັນ ແລະ ຍົກສູງກຳລັງຄວາມສາມາດຮັບປະກັນຄວາມໝັ້ນຄົງ ເພື່ອຫຼຸດຜ່ອນການອີງໃສ່ປະເທດອື່ນ” ແລະ ອົດສະຕາລີປາດຖະໜາຢາກເປັນຄູ່ຮ່ວມມືຂອງບັນດາປະເທດເກາະຢູ່ພາກພື້ນ.

        ຕາມທ່ານລັດຖະມົນຕີຮັບຜິດຊອບພາກພື້ນມະຫາສະໝຸດປາຊີຟິກ Pat Conroy ແລ້ວ, ບ້ວງເງິນໜູນຊ່ວຍດັ່ງກ່າວແມ່ນລະດັບໜູນຊ່ວຍພັດທະນາທາງການສູງທີ່ສຸດນັບແຕ່ປີ 2011 – 2012 ພາຍຫຼັງຖືກຕັດລົງເປັນເວລາ 1 ທົດສະວັດ.

ຕອບກັບ

ຂ່າວ/ບົດ​ອື່ນ