ອົດສະຕາລີຊ່ວຍເຫຼືອເງິນ4,4ຕື້ດົ່ງໃຫ້ບັນດາໂຄງການພັດທະນາຂອບຂະໜາດນ້ອຍຢູ່ຫວຽດນາມ

ອົດສະຕາລີຊ່ວຍເຫຼືອເງິນ4,4ຕື້ດົ່ງໃຫ້ບັນດາໂຄງການພັດທະນາຂອບຂະໜາດນ້ອຍຢູ່ຫວຽດນາມ - ảnh 1
ທ່ານ John McAnulty
(ພາບ​ປະ​ກອບ​ຈາກ nongnghiep.vn)

(vovworld) – ວັນ​ທີ 7/1, ສະ​ຖານ​ກົງ​ສູນ​ໃຫຍ່​ອົດ​ສະ​ຕາ​ລີ ປະ​ຈຳ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ພິ​ທີ​ເຊັນ​ໂຄງ​ການ​​ຊ່ວຍ​ເຫຼືອ​ເງິນ​ຈຳ​ນວນ​ກ່​ວາ 260.000 ໂດ​ລາ​ອົດ​ສະ​ຕາ​ລີ (ປະ​ມານ 4,4 ຕື້​ດົ່ງ) ໃຫ​້​ແກ່ 14 ໂຄງ​ການ​ຢູ່ 11 ແຂວງ, ນະ​ຄອນ​ພາກ​ກາງ ແລະ ພາກ​ໃຕ້ ຫວຽດ​ນາມ. ບັນ​ດາ​ໂຄງ​ການ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເພື່ອ​ຮັບ​ການ​​ຊ່ວຍ​ເຫຼືອ​ໃນ​ໄລ​ຍະ 2 ປີ 2014 – 2015 ຂຶ້ນ​ກັບຫຼາຍ​ຂົງ​ເຂດ​ຈາກ​ການ​​ເບິ່ງ​ແຍງ​ສຸ​ຂະ​ພາບ​ວົງ​ຄະ​ນະ​ຍາດ​ຕະຫຼອດ​ຮອດ​ບັນ​ດາ​ໂຄງ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​​ຂອບຂະ​ໜາດ​ນ້ອຍ​ຢູ່​ບັນ​ດາ​ແຂວງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ John McAnulty, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ອົດ​ສະ​ຕາ​ລີ ປະ​ຈຳ​ນະ​ຄອນ ໂຮ່​ຈີ​ມິນ, ໃຫ້​ຮູ້​ວ່າ: ມີຫຼາຍ​ໂຄງ​ການ DAP ໄດ້​ຜັນ​ຂະ​ຫຍາຍ​ຈາກ​ພາກ​ກາງ​​ລົງຮອດ​ພາກ​ໃຕ້ ຫວຽດ​ນາມ ໃນ​ຕະຫຼອດ 3 ປີ​ຜ່ານ​ມາ ໄດ້​ປະ​ກອບ​ສ່ວນ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢ່​ູ​ທີ່ນີ້.

       


ຂ່າວ/ບົດ​ອື່ນ