ອົດສະຕາລີຮັບຮອງເອົາ CPTPP ຢ່າງເປັນທາງການ

(VOVWORLD) -ຕອນເຊົ້າວັນທີ 31 ຕຸລາ, ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morison ໄດ້ແຈ້ງໃຫ້ຊາບວ່າ, ປະເທດນີ້ໄດ້ຮັບຮອງເອົາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ.

ສະນັ້ນ, ອົດສະຕາລີ ແມ່ນປະເທດທີ 6 ທີ່ຮັບຮອງເອົາ CPTPP. ກ່ອນໜ້ານັ້ນ, CPTPP ໄດ້ຮັບການຮັບຮອງເອົາທີ່ສະພາຕ່ຳ ແລະ ສະພາສູງອົດສະຕາລີ ພາຍຫຼັງໄດ້ຮັບການສະໜັບສະໜູນຂອງພັກແຮງງານ (Labor Party) ໂດຍບໍ່ຫົວຊາຕໍ່ບັນດາຄວາມວິຕົກກັງວົນກ່ຽວກັບເລື່ອງປະຊາຊົນອົດສະຕາລີ ອາດຈະຖືກວ່າງງານໃນປະເທດຂອງຕົນ ກໍຄືຄວາມວິຕົກກັງວົນຕໍ່ເລື່ອງລັດຖະບານອາດຈະຖືກບັນດາບໍລິສັດຕ່າງປະເທດຮ້ອງຟ້ອງ.

        ກ່ອນໜ້ານັ້ນ, ອົດຕາລີ, ຍີ່ປຸ່ນ, ເມັກຊີໂກ, ນິວຊີແລນ, ສິງກະໂປ ຮັບຮອງເອົາ CPTPP ແລ້ວ ແລະ ກ່ອນນີ້ 2-3 ວັນ ການາດາ ກໍ່ໄດ້ຮັບຮອງເອົາ CPTPP. ເມື່ອເປັນເຊັ່ນນັ້ນ, ດ້ວຍເລື່ອງ 6 ປະເທດຮັບຮອງເອົາ, CPTPP ຈະມີຜົນສັກສິດນັບແຕ່ວັນທີ 30 ທັນວາ 2018 ເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ