ອົດສະຕາລີເປີດກວ້າງຕະຫຼາດສົ່ງອອກແລນເຂົ້າຫວຽດນາມ

ອົດສະຕາລີເປີດກວ້າງຕະຫຼາດສົ່ງອອກແລນເຂົ້າຫວຽດນາມ - ảnh 1
(ພາບ​ປະ​ກອບ theland.com.au)

(vovworld) - ອົດ​ສະ​ຕາ​ລີ​ ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ​​ແລນ​ເຂົ້າ​ຫວຽດນາມ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ບໍລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ບັນດາ​ນັກ​ສົ່ງ​ອອກ​ແລນ​ອົດ​ສະ​ຕາ​ລີ ​ໃນ​ປີ 2015. ອະທິບາຍ​ກ່ຽວ​ກັບ​ສິ່ງ​ດັ່ງກ່າວ, ທ່ານ Andrew Partridge, ຜູ້​ຊ່ຽວຊານ​ຂອງ​ກຸ່ມ​ບໍລິສັດ Techwool Trading, ຂອງ​ອົດ​ສະ​ຕາ​ລີ, ​ໃຫ້​ຮູ້​ວ່າ, ອົດ​ສະ​ຕາ​ລີ ​ເປີດ​ກວ້າງ​ຕະຫຼາດ​ຢູ່​ອາຊີ​  ​​ເພື່ອ​ໃຫ້​ຂະ​ແໜງ​ອຸດສາຫະກຳ​ແລນ​ຂອງ​ປະ​ເທດ​ນີ້​ບໍ່​ຖືກ​ອິງ​ໃສ່​ບັນດາ​ຕະຫຼາດ​ໃຫຍ່​ຄືຈີນ, ​ເຊິ່ງ​ແມ່ນ​ປະ​ເທດ​ທີ່ຈຳ​ໜ່ວຍ 70% ປະລິມານ​ແລນ​ສົ່ງ​ອອກ​ຂອງ​ອົດ​ສະ​ຕາ​ລີ. ປະຈຸ​ບັນ, ຫວຽດນາມ​ ພວມ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ເພື່ອ​ໃຫ້​ອົດ​ສະ​ຕາ​ລີ ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ​ຜະລິດ​ຕະພັນ​ແລນ.

       

 

 

ຂ່າວ/ບົດ​ອື່ນ