ອົດ​ສະ​ຕາ​ລີ​ເພ​ີ່ມ​ທະ​ວີ​ວຽກ​ງານ​ດັບເພີງ, ຕ້ານໄຟ​ໄໝ້​ປ່າ

(VOVWORLD) -ໂດຍຍາດແຍ່ງຈຸດເວລາໄຟໄໝ້ປ່າ ອອ່ນລົງ ຢູ່ບັນດາເຂດຊານເມືອງຂອງ ນະຄອນຫຼວງ Canberra, ປະເທດອົດສະຕາລີໃນຕອນເຊົ້າວັນທີ 2 ກຸມພາ, ກຳລັງ ດັບເພີງປະເທດນີ້ໄດ້ຜັນຂະຫຍາຍບັນດາມາດຕະການສະກັດກັ້ນໄຟໄໝ້ແຜ່ລາມ ແລະ ປົກປ້ອງປະຊາຊົນ ໃນເຂດ ຖືກຜົນກະທົບ. 
ອົດ​ສະ​ຕາ​ລີ​ເພ​ີ່ມ​ທະ​ວີ​ວຽກ​ງານ​ດັບເພີງ, ຕ້ານໄຟ​ໄໝ້​ປ່າ - ảnh 1ບັນດາເຫດໄຟໄໝ້ປ່າເກີດຂຶ້ນຢ່າງແຮງ ຢູ່ ອົດສະຕາລີ (ພາບ: TTXVN)

ກຳລັງດັບເພີງເຮັດວຽກໝົດຄືນເພື່ອແນໃສ່ ຈຳກັດເຫດໄຟໄໝ້ ແລະ ແລະ ປັດຈຸບັນບັນດາເຫດໄຟໄໝ້ປ່າບໍ່ຈັດຢູ່ລະດັບສຸກເສີນອີກແລ້ວ ຍ້ອນວ່າ ອຸນຫະພູມເລີ່ມຫຼຸດລົງ ແລະ ຄາດວ່າຈະເກີດຝົນຕົກ.

        ກ່ອນໜ້ານັ້ນ, ວັນທີ 31 ມັງກອນ, ຢູ່ນະຄອນຫຼວງ Canberra ໄດ້ປະກາດສະພາວະສຸກເສີນທຳອິດພາຍໃນຮອບເວລາເກືອບ 20 ປີ ທີ່ຜ່ານມາຍ້ອນອາກາດຮ້ອນ ແລະ ຄາດວ່າ ຈະມີຄວາມສ່ຽງ ໄຟໄຫມ້ປ່າ ຢູ່ເຂດຊານເມືອງທາງທິດໃຕ້ຂອງ ນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ