ອິດສະຣາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ຖານ​ທີ່ໝັ້ນກອງທັບ​ອາກາດ ຊີຣີ

(VOVWORLD) - ວັນທີ 14 ມັງກອນ, ອິດສະຣາແອັນ ໄດ້ບຸກໂຈມຕີທາງອາກາດໃສ່ຖານທີ່ໝັ້ນກອງທັບອາກາດ T4 ຢູ່ແຂວງ Homs - ເຊິ່ງເປັນແຂວງທາງພາກກາງຂອງ ຊີຣີ ແຕ່ບໍ່ກໍ່ຜົນເສຍຫາຍຫຼາຍປານໃດ.
ອິດສະຣາ​ແອັນ ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ຖານ​ທີ່ໝັ້ນກອງທັບ​ອາກາດ ຊີຣີ - ảnh 1ຖານທີ່ໝັ້ນ T4 (ພາບ: ynetnews)

       ຕາມແຈ້ງການຂອງກອງທັບ ຊີຣີ ໃຫ້ຮູ້ວ່າ ເຮືອບິນສູ້ຮົບ ອິດສະຣາແອັນ ໄດ້ຍິງລູກສອນໄຟຫຼາຍລູກໄປທາງຖານທີ່ໝັ້ນແຫ່ງດັ່ງກ່າວ, ແຕ່ສ່ວນໃຫຍ່ ແມ່ນຖືກລະບົບປ້ອງກັນອາກາດຂອງ ຊີຣີ ຍິງສະກັດກັ້ນ. ເຖິງຢ່າງໃດກໍຕາມ, ຍັງມີລູກສອນໄຟ 4 ລູກ ຍິງຖືກຖານທີ່ໝັ້ນດັ່ງກ່າວ. ແຈ້ງການດັ່ງກ່າວ ກໍໃຫ້ຮູ້ວ່າ ເຫດບຸກໂຈມຕີໄດ້ປະຕິບັດມາຈາກເຂດ al Tanf ຢູ່ທາງພາກຕາເວັນອອກສ່ຽງໃຕ້ ຊີຣີ, ເຊິ່ງເປັນບ່ອນຕັ້ງທັບຂອງ ອາເມລິກາ.

        ໃນຂະນະນັ້ນ, ສໍານັກຂ່າວສານ SANA ຂອງ ຊີຣີ ໃຫ້ຮູ້ວ່າ ເຫດບຸກໂຈມຕີດັ່ງກ່າວ ໄດ້ກໍ່ຜົນເສຍຫາຍຢູ່ສະໜາມບິນທະຫານ T4  ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບ. 

ຕອບກັບ

ຂ່າວ/ບົດ​ອື່ນ