ອິດສະຣາແອນກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ກວ່າ550ຫລັງຢູ່Jelusalemຕາເວັນອອກ

ອິດສະຣາແອນກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ກວ່າ550ຫລັງຢູ່Jelusalemຕາເວັນອອກ - ảnh 1
ອິດສະຣາແອນກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່

(vovworld) - ການ​ກະທຳ​ດັ່ງກ່າວ​ຄາດ​ວ່າ​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ ​ແລະ ສົ່ງຜົນ​ສະທ້ອນ​ເຖິງ​ວິວັດທະນາ​ການ​​ເຈລະຈາ​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດສະຕີ​ນ ​ໂດຍ ອາ​ເມ​ລິ​ກາ ​ເປັນຜູ້​​ໄກ່​ເກ່ຍ.

ຕາມ​ແຈ້ງ​ການ​ຂອງ​ສະພາ​ນະຄອນ Jelusalem,​ ຫນັງສື​ອະນຸຍາດ​​ໃຫ້​ກໍ່ສ້າງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ວາລະ​ປະຊຸມ​ຂອງ​ຄະນະ​ກຳມະການ​ວາງ​ແຜນຜັງ​ທ້ອງ​ຖິ່ນ​ເມື່ອ​ວັນ​ທີ 5/2. ຄາດ​ວ່າ ​ເລື່ອງລົງມື​ກໍ່ສ້າງ​ຈະ​ໄດ້​ຮັບ​ການ​ປະຕິບັດ​ໃນ​ສອງ​ສາມ​ອາທິດ​ຈະ​ມາ​ເຖິງ.

        ກ່ອນ​ຫນ້າ​ນັ້ນ, ​ໃນ​ເດືອນ 1/2014, ອິດສະຣາ​ແອນ ​ໄດ້​ປະກາດ​ແຜນການ​ກໍ່ສ້າງ​ເຮືອນ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຕື່ມ​ອີກ 1.400 ຫລັງ ຢູ່ ​ເຂດ​ຝັງ​ຕາ​ເວັນ​ຕົກ​ ​ແລະ Jelusalem ຕາ​ເວັນ​ອອກ. ທ່ານ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmud Abbas ​ໄດ້​ກ່າວ​ຫາ ອິດສະຣາ​ແອນ ພວມ​​ສວຍ​ໃຊ້​ບັນດາ​ການ​ເຈລະຈາ​ເພື່ອ​ເປີດ​ກວ້າງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​​ໂດຍ​ບໍ່​ຫົວ​ຊາ​ຕໍ່​ການ​ຕຳ​ນິຕິ​ຕຽນ​ຂອງ​ສາກົນ ​ແລະ ອາ​ເມ​ລິ​ກາ. ການ​ເຈລະຈາ​ສັນຕິພາບ ລະຫວ່າງ ອິດ​ສະຣາ​ແອນ ​ແລະ ປາ​ແລດ​ສະ​ຕີນ ຖືກ​ເຊື່ອ​ມຕໍ່​ໃນ​ທ້າ​ຍ ​ເດ​ືອນ 7/2013 ຜ່ານ​ມາ ດ້ວຍ​ຈຸດໝາຍ​ບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ຮອບ​ເວລາ 9 ​ເດືອນ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ວິວັດ​ການ​​ເຈລະຈາ​ດັ່ງກ່າວ ບໍ່​ທັນ​ບັນລຸ​ຄວາມ​ຄືບ​ຫນ້າ. ຫນຶ່ງ​ໃນ​ບັນດາ​ສາຍ​ເຫດ​ທີ່ພາ​​ໄປ​ເຖິງ​ສະພາບ​ບໍ່​ມີ​ທາງ​ອອກ ນັ້ນ​ແມ່ນ ອິດສະຣາ​ແອນ ບໍ່​ຢຸດຕິ​ການ​ກໍ່ສ້າງ​ເຮືອນ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ຢູ່​ບັນດາ​ເຂດ​ດິນ​ແດນ​ຢືດຄອງ​ຂອງ​ປາ​ແລດ​ສະ​ຕີນ.

ຂ່າວ/ບົດ​ອື່ນ