ອິດສະຣາແອນອະນຸຍາດໃຫ້ກໍ່ສ້າງເຮືອນຢູ່ໃໝ່ນັບຮ້ອຍຫຼັງຢູ່ Jerusalem ຕາເວັນອອກ

(VOVWORLD) -ທ່ານຮອງເຈົ້າຄອງນະຄອນ Jerusalem, Meir Turjeman, ໃຫ້ຮູ້ວ່າ ວັນທີ 08 ພະຈິກ, ເຈົ້າໜ້າທີ່ອິດສະຣາແອນ ໄດ້ເຊັນອະນຸມັດບັນດາໜັງສືອະນຸຍາດໃຫ້ກໍ່ສ້າງເຮືອນຢູ່ໃໝ່ 240 ຫຼັງ ໃນບັນດາເຂດຕັ້ງຖິ່ນຖານຄົງທີຂອງຊາວຢິວ ຢູ່ທາງທິດຕາເວັນອອກ Jerusalem.
ອິດສະຣາແອນອະນຸຍາດໃຫ້ກໍ່ສ້າງເຮືອນຢູ່ໃໝ່ນັບຮ້ອຍຫຼັງຢູ່ Jerusalem ຕາເວັນອອກ - ảnh 1(ພາບປະກອບ:  AFP TTXVN)

ຕາມນັ້ນແລ້ວ, ຄະນະກຳມະການວາງແຜນຜັງຂອງນະຄອນ Jerusalem ໄດ້ອະນຸຍາດໃຫ້ກໍ່ສ້າງເຮືອນຢູ່ 90 ຫຼັງ ຢູ່ເຂດຕັ້ງຖິ່ນຖານຄົງທີ Gilo ແລະ ເຮືອນຢູ່ 150 ຫຼັງຕື່ມອີກຢູ່ເຂດ Ramat Shlomo.

        ນີ້ແມ່ນການກະທຳໃໝ່ສຸດໃນບັນດາບາດກ້າວເດີນ ເພື່ອແນໃສ່ເພີ່ມທະວີການມີໜ້າຂອງຊາວຢິວ ຢູ່ເຂດຂອງຊາວ ປາແລັດສະຕິນ ຖືກອິດສະຣາແອນ ໂຮມເຂົ້າກັນທີ່ນະຄອນນີ້. ທ່ານ Turjeman ກໍ່ໃສ່ໃຈວ່າ ຄະນະກຳມະການດັ່ງກ່າວ ກໍ່ເຫັນດີຕໍ່ການສ້າງຕັ້ງເຮືອນຢູ່ 44 ຫຼັງໃຫ້ແກ່ຊາວປາແລັດສະຕິນ ຢູ່ເຂດ Beit Hanina ຂອງເຂົາເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ